USB ແມ່ນຫຍັງ?


  USB ຫຍໍ້ມາຈາກ.Universal Serial Bus ..ເປັນພອດຫລືຊ່ອງທາງໃນການສື່ສານລະຫວ່າງຄອມພິວເຕີ້ກັບອຸປະກອນອຶ່ນໆ..ບໍ່ວ່າຈະເປັນ.Printer,Modem,Mouse,Keyboard, Digital camera…ແລະອຶ່ນໆ.ອີກຫລາຍຢ່າງຖືວ່າເປັນພອດ.(poty)ທີ່ສຳຄັນແລະນິຍົມກັນໃຊ້ຫລາຍໃນປັດຈຸບັນ..USB..ເລີ່ມຕົ້ນມີການໃຊ້ງານມີລຸ້ນ..USB 1.1 ຕໍ່ມາມີການພັດທະນາໃຫ້ມີຄວາມໄວສູງໂດຍປ່ຽນເປັນເວີຊັນ..USB 2.0 ໂດຍມີລາຍລະອຽດດັ່ງລຸ່ມນີ້:
  • USB ເວີຊັນ. 1.1 ມີຄວາມໄວໃນການຮັບສົ່ງຂໍ້ມູນ..12 Mbits ຕໍ່ວິນາທີ
  • USB ເວີຊັນ.2.0 ມີຄວາມໄວໃນການຮັບສົ່ງຂໍ້ມູນ 480 Mbits ຕໍ່ວິນາທີ

ຂໍ້ຄວນລະມັດລະວັງໃນການເລືອກຊື້ USB 2.0 Full speed and USB 2.0 Hi speed
  • USB Version 2.0 full speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.12 Mbits ຕໍ່ວິນາທີ
  • USB version 2.0 Hi speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.480 Mbits ຕໍ່ວິນາທີ

ການໃຊ້ງານ..USB Port. USB ເປັນພອດທີ່ມີການໃຊ້ກະແສໄປດ້ວຍ. ດັ່ງນັ້ນຫລັງຈາກການໃຊ້ງານຫລືອດUSBອອກຈາກເຄື່ອງຄອມຄອມເຮົາຈຳເປັນຈະຕ້ອງມີການຮຽກໃຊ້“Safely Remove Hardware” ຫລື “Unplug or Eject Hardware” ເສຍກ່ອນໂດຍມີຂັ້ນຕອນສັ້ນໆດັ່ງນີ້: ດັບເບີ້ນຄຣິກເລືອກທີ່ຮູບລູກສອນສີຂຽວທີ່ບໍລິເວນ..TASKBAR ຫລື.ຄຣິກຂວາແລ້ວເລືອກSafely Remove Hardware ຫລື Unplug or Eject Hardware (ແລ້ວແຕ່ Windows ແຕ່ລະເວີຊັນ)ເລືອກອຸປະກອນທີ່ຕ້ອງການຍົກເລີກຈາກນັ້ນໃຫ້ຄຣິກປຸ່ມ.Stop..ແລ້ວກໍ່ສາມາດຖອດອຸປະກອນທີ່ເຊື່ອມຕໍ່ກັບຄອມພິວເຕີ້ໄດ້.

avatar
ອະທິບາຍບົດເລື່ອງ:
ບົດເລື່ອງຕ່າງໆ ທີ່ຂຽນລົງມາໃນ Blog ນີ້ ຄົງບໍ່ອາດປາສະຈາກຂໍ້ຂາດຕົກບົກຜ່ອງ ຂໍຄວາມກະລຸນານຳທ່ານຜູ້ຮູ້ ຊ່ວຍພິຈະລານາ ເພື່ອຄວາມກະຈາງງແຈ້ງຂື່ນຕື່ມ.....

nongkemane. Powered by Blogger.