ປະຫວັດຄວາມເປັນມາຂອງ Keyboard


1. ປະຫວັດຄວາມເປັນມາຂອງຄີບອດ
      ຖ້າຫາກເວົ້າເຖິງແປ້ນພິມ ຫຼື ຄີບອດ ທຸກມື້ນີ້ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະມັນເປັນອຸປະກອນພື້ນຖານທີ່ຕິດມາກັບຄອມພິວເຕີທຸກເຄື່ອງເລີຍກໍວ່າໄດ້ ແລະ ແນ່ນອນວ່າທຸກຄົນຄົງຄຸ້ນເຄີຍກັບອຸປະກອນເຄື່ອງນີ້ຈົນອາດເບິ່ງຜ່ານໄປດ້ວຍຊໍ້າ ມື້ນີ້ພວກເຮົາຈິ່ງຈໍມາເລົ່າສູ່ກັນຟັງກ່ຽວກັບຄວາມໝາຍປະຫວັດຄວາມເປັນມາຂອງແປ້ນພິມ ຫຼື ຄີບອດ ແລະ ລຸ້ນຕ່າງໆຂອງແປ້ນພິມນີ້.    
2. ການໃຊ້ງານຂອງປຸ່ມຕ່າງໆ
      1. ປຸ່ມ Esc : ຫາກເວົ້າເຖິງປຸ່ມEsc ທີ່ມູມຊ້າຍເທິງສຸດຂອງຄີບອດຫຼາຍໆຄົນອາດຈະຄິດວ່າມັນຄົງຈະບໍ່ສຳຄັນ ເພາະດົນໆຈິ່ງຈະໄດ້ໃຊ້ງານມັນຖ້າລອງຄິດເບິງແລ້ວເມື່ອໃດທີ່ຂາດມັນໄປແລ້ວອັນໃດໆກໍ່ຈະຍາກຂື້ນ ເພາະມັນຄືປຸ່ມຊ່ວຍສະຖານະການທີ່ຊ່ວຍພາເຮົາໃຫ້ໜີ້ຈາກໜ້າຕ່າງ ຫຼື ກ່ອງຂໍ້ຄວາມເຕືອນໃດໆ ທີ່ເຮົາບໍ່ຕ້ອງການ, ແຕ່ເຮົາຮູ້ບໍ່ວ່າຈຸດເລີ່ມຕົ້ນປຸ່ມEsc ບໍ່ໄດ້ໃຊ້ເພື່ອການຍົກເລີກການເຮັດວຽກ.
      ປຸ່ມEscຫຼືEscapKeyຖຶກຄິດຄົ້ນເມື່ອ 50 ປີກ່ອນ ໂດຍທ່ານ ບ໋ອບເບເມີຣ໌ ໂປຼແກຣມເມີຣ໌ ຈາກບໍລິສັດ IBM ຜູ້ຜະລິດຄອມພິວເຕີລາຍໃຫ່ຍຂອງໂລກເຊິ່ງຈຸດປະສົງຂອງການສ້າງປຸ່ມEsc ຂື້ນມາໃນຕອນນັ້ນຄືໃຊ້ເພື່ອການສະຫຼັບປ່ຽນຮູບແບບຂອງລະຫັດຄຳສັ່ງເທິງຄອມພິວເຕີ ເນື່ອງຈາກໃນຊ່ວງຕົ້ນໆນັ້ນລະຫັດທີໃຊ້ສຳລັບ ສັ່ງການລະບົບຂອງຄອມພິວເຕີມີຮູບແບບທີ່ແຕກຕ່າງກັນ ຈົນເຖິງເມື່ອພາສາຄອມພິວເຕີທຸກປັບໃຫ້ເປັນມາດຕະຖານດຽວກັນ ປຸ່ມ Esc ກໍ່ໄດ້ກາຍເປັນປຸ່ມສໍາລັບຍົກເລີກການເຮັດວຽກຕ່າງໆເທິງຄອມພິວເຕີນັບຕັ້ງແຕ່ນັ້ນມາ ແລະນັບຕັັ້ງແຕ່ຄອມພິວເຕີໄດ້ກາຍເປັນປັດໄຈທີ່ 5 ທີ່ຈຳເປັນສຳລັບຊີວິດ ຄົນສ່ວນຫຼາຍໃນໂລກປຸ່ມ Esc ກໍ່ຍັງຄົງປະກົດຢູ່ເທິງແປ້ນພິມເຖິງທຸກວັນນີ້ໂດຍຜູ້ໃຊ້ເຄື່ອງຄອມພິວເຕີທັງຫລາຍມັກຈະກົດປຸ່ມນີ້ທຸກຄັ້ງ ເມື່ອມີໜ້າຕ່າງແຈ້ງເຕືອນໃດໆປະກົດຂື້ນມາເທິງໜ້າຈໍ ແລະ ພວກເຂົາບໍ່ຕ້ອງການຈະເຫັນມັນອິກ ຫຼື ງ່າຍໆກໍ່ຄືປຸ່ມ Escນັ້ນໃຫ້ບໍ່ຍົກເລີກ,ອອກ,ບໍ່ສົນໃຈຫຼືປິດ.
      ນອກຈາກນີ້ບໍ່ພຽງແຕ່ການປິດໜ້າຕ່າງຂໍ້ຄວາມເຕືອນເທົ່ານັ້ນແຕ່ປຸ່ມ Esc ຍັງຊ່ວຍຜູ້ໃຊ້ໄດ້ໃນກໍລະນີ ທີ່ຜູ້ໃຊ້ກຳລັງເບິງໜັງ ຫຼື ຫຼີ້ນເກມໄດ້ອີກດ້ວຍ ໂດຍມັນຈະເຮັດໃຫ້ຜູ້ໃຊ້ສາມາດກັບສູ່ໜ້າທຳອິດຂອງເກມ ຢຸດເກມຊົ່ວຄາວ ຫຼື ອອກສຸ່ໜ້າທຳອິດຂອງຄອມພິວເຕີໄດ້ຢ່າງທັນທີເອື້ນວ່າຊ່ວຍກູ້ສະຖານະການໄດ້ດີ ໂດຍກສະເພາະໃນກໍລະນີທີ່ເກມກຳລັງດຳເນີນໄປ ແລະ ຢາກຈະສີ້ນສຸດປຸ່ມນີ້ຊ່ວຍໄດ້ຫຼາຍ ເຊິງປະໂຫຍດຂອງປຸ່ມEsc ບ່ອນນີ້ ນັກຫຼື້ນເກມຮູ້ດີ.ແປ້ນພິມ (Keyboard) ແມ່ນຫຍັງ.
      ແປ້ນພິມ ຫລື ຄີບອດ (ຫລື ແປ້ນພິມອັກສອນ) ເປັນອຸປະກອນນຳເຂົ້າຂໍ້ມູນພື້ນຖານທີ່ຄອມພິວເຕີທຸກເຄື່ອງຈຳເປັນຕ້ອງມີການເຮັດຫນ້າທີ່ເຊື່ອມຄວາມສຳພັນລະຫວ່າງມະນຸດກັບຄອມພິວເຕີ ໂດຍການສົ່ງຂໍ້ມູນເຂົ້າສູ່ລະບົບປະມວນຜົນຂອງຄອມພິວເຕີ ມີລັກສະນະເປັນຮູບສີ່ຫລ່ຽມຜືນຜ້າ ມີແປ້ນຕ່າງໆ ປະມານຮ້ອຍແປ້ນ ໃນແປ້ນພິມຈະມີແຜນວົງຈອນອິເລັກໂຕນິກ ມີລັກສະນະເປັນແຜ່ນບາງໆ ຖືກຄວມຄູມດ້ວຍຕົວນຳໄຟຟ້າ ເມື່ອມັນກະທົບກັນຈະເກີດສັນຍານໄຟຟ້າ ຊຶ່ງໃນແຕ່ລະແປ້ນນັ້ນຈະແຕກຕ່າງກັນ ສັນຍານນີ້ຈະຖືກນຳໄປທຽບກັບລະຫັດສະແກນ(Scan Code) ເພື່ອກວດສອບວ່າ ເຮົາປ້ອນຂໍ້ມູນຫຍັງລົງໄປ.    
1.1 ຮູບແບບ (layout) ຂອງແປ້ນພິມມີຫຍັງແດ່
      ໃນຍຸກທຳອິດ ຂອງການເກີດແປ້ນພິມຄີບອດນີ້ມີຮູບແບບການຈັດວາງຕົວອັກສອນຫລາຍຮູບແບບ ຊຶ່ງໄດ້ຮັບອິດທິພົນມາຈາກພິມດີດ ໂດຍເມື່ອເວົ້າເຖິງຮູບແບບການຈັດວາງຕົວອັກສອນເທິງພິມດີດນັ້ນ ມາດຕະຖານທີ່ໃຊ້ກັນໃນຍຸກທຳອິດ ຄືແປ້ນພິມດີດແບບ Dvorak ຊຶ່ງສາມາດພິມໄດ້ໄວ ແຕ່ເນື່ອງຈາກການພິມດີດໄວເກີນໄປນັ້ນ ເຮັດໃຫ້ເກີດບັນຫາການຂັດກັນຂອງການພິມດັ່ງນັ້ນຈຶ່ງໄດ້ມີການຄິດມາດຕະຖານໃໝ່ຂຶ້ນມາ ຊຶ່ງກໍຄື ແປ້ນພິມແບບ QWERTY (ຄິວເວີລ໌ຕີ້) ໂດຍມີຈຸດປະສົງເພື່ອບໍ່ໃຫ້ສາມາດພິມໄດ້ໄວເກີນໄປຈົນການພິມຕິດຂັດ ແລະຮູບແບບນີ້ກໍເປັນທີ່ນິຍົມໃນເວລາຕໍ່ມາ ແລະໃນປະຈຸບັນ ເຖິງວ່າແປ້ນພິມເທິງຄອມພິວເຕີຈະບໍ່ເກີດບັນຫາການພິມຕິດແລ້ວ ແຕ່ແປ້ນພິມແບບ QWERTY ກໍຍັງໄດ້ຮັບຄວາມນິຍົມ ແຕ່ບາງກຸ່ມໃນອະເມລິກາກໍຍັງໃຊ້ແບບ Dvorak ຢູ່ ໂດຍໃຫ້ເຫດຜົນວ່າເຮັດໃຫ້ພິມໄດ້ໄວຂຶ້ນ.    
1.2 ຮູບແບບ (layout) ຂອງແປ້ນພິມຂອງໄທ
      ສຳລັບຮູບແບບການຈັດວາງຂອງແປ້ນພິມພາສາໄທນັ້ນ ມີຢູ່ນຳກັນ 2 ແບບ ຄື:
  • ແປ້ນພິມເກບມະນີ ຊຶ່ງຖືກຄິດຄົ້ນໂດຍເຈົ້າສຸວັນນະປະເສີດ ເກບມະນີ ອອກແບບມາເພື່ອໃຊ້ກັບພິມດີດເປັນແປ້ນພິມລຸ້ນທຳອິດທີ່ຖືກໃຊ້ຈຶ່ງຖືກເອີນວ່າ"ແບບມາດຕະຖານ"ທຸກມື້ນີ້ກໍຍັງໄດ້ຮັບຄວາມນິຍົມ.
  • ແປ້ນພິມປັດຕະໂຊຕິ ອອກແບບໂດຍທ່ານ ເສຖະດີ ປັດຕະໂຊຕິ ເປັນແປ້ນພິມແບບໃໝ່ທີ່ອອກມາທີ່ຫລັງເກບມະນີ ແຕ່ໄດ້ຮັບຄວາມນິຍົມບໍ່ເທົ່າແປ້ນພິມແບບເກບມະນີ . 
2. Keyboard ຄີບອດແມ່ນຫຍັງ
      Keyboard ເປັນອຸປະກອນຫລັກທີ່ໃຊ້ໃນການນຳຂໍ້ມູນລົງໃນເຄື່ອງຄອມພິວເຕີ ມີລັກສະນະເປັນປຸ່ມຕົວອັກສອນເໝືອນປຸ່ມເຄື່ອງພິມດີດ ເປັນອຸປະກອນຮັບເຂົ້າພື້ນຖານທີ່ຕ້ອງມີໃນຄອມພິວເຕີທຸກເຄື່ອງ ຈະຮັບຂໍ້ມູນຈາກການກົດແປ້ນແລ້ວກໍ່ການປ່ຽນ ເປັນລະຫັດເພື່ອສົ່ງຕໍ່ໄປໃຫ້ກັບຄອມພິວເຕີ ແປ້ນພິມທີ່ໃຊ້ໃນການປ້ອນຂໍ້ມູນຈະມີຈຳນວນຕັ້ງແຕ່ 50 ແປ້ນຂຶ້ນໄປແປ້ນພີມອັກສອນສ່ວນໃຫຍ່ມີແປ້ນຕົວເລກແຍກໄວ້ຕ່າງຫາກ ເພື່ອເຮັດໃຫ້ການປ້ອນຂໍ້ມູນຕົວເລກເຮັດໄດ້ງ່າຍແລະສະດວກຂຶ້ນ ການວາງຕຳແໜ່ງແປ້ນອັກສອນ ຈະເປັນໄປຕາມມາດຕະຖານຂອງລະບົບພິມສຳຜັດຂອງເຄື່ອງພິມດີດ ທີ່ມີການໃຊ້ແປ້ນສິບ (shift) ເພື່ອເຮັດໃຫ້ສາມາດໃຊ້ພິມໄດ້ທັງຕົວອັກສອນ ຕົວພິມໃຫຍ່ແລະຕົວພິມນ້ອຍ ຊຶ່ງລະບົບຮັບລະຫັດຕົວອັກສອນທີ່ໃຊ້ໃນທາງຄອມພິວເຕີສ່ວນໃຫຍ່ຈະເປັນລະຫັດ 7 ຫລື 8 ບິດ ກ່າວຄື ເມື່ອມີການກົດແປ້ນພີມ,ແປ້ນພີມແປ້ນອັກສອນສົ່ງລະຫັດຂະໜາດ 7 ຫລື 8 ບິດ ນີ້ເຂົ້າໄປໃນລະບົບຄອມພິວເຕີ.
      ແປ້ນພິມອັກສອນສຳລັບເຄື່ອງໄມໂຄຄອມພິວເຕີຕະກູນໄອບີເອັມທີ່ຜະລິດອອກມາລຸ້ນ ທຳອິດ ຕັ້ງແຕ່ ພ. ສ. 2524 ຈະເປັນແປ້ນລວມທັງໝົດ 83 ແປ້ນ ຊຶ່ງຮຽກວ່າແປ້ນພິມອັກສອນPCXT ຕໍ່ມາໃນປີ ພ. ສ. 2527 ບໍລິສັດໄອບີເອັມໄດ້ປັບປຸງແປ້ນພີມອັກສອນກຳນົດສັນຍານທາງໄຟຟ້າຂອງແປ້ນຂຶ້ນໃໝ່ ຈັດຕຳແໜ່ງແລະຂະໜາດແປ້ນໃຫ້ເໝາະສົມດີຍິ່ງຂຶ້ນ ໂດຍມີຈຳນວນແປ້ນລວມ 84 ແປ້ນເອີ້ນວ່າແປ້ນພິມອັກສອນພີຊີເອທີ ແລະໃນເວລາຕໍ່ມາກໍໄດ້ປັບປຸງແປ້ນພິມອັກສອນຂຶ້ນພ້ອມໆ ກັບການອອກເຄື່ອງລຸ້ນ PS/2 ໂດຍໃຊ້ສັນຍານທາງໄຟຟ້າ ເຊັ່ນດຽວກັບແປ້ນພິມອັກສອນລຸ້ນເອທີເດີມ ແລະເພີ່ມຈຳນວນແປ້ນອີກ 17 ແປ້ນ ລວມເປັນ 101 ແປ້ນ
       ປະເພດຂອງ Keyboard ເບິ່ງໄດ້ຈາກຈຳນວນປຸ່ມ ແລະຮູບແບບການໃຊ້ງານ Key board ທີ່ມີຢູ່ປະຈຸບັນຈະມີຢູ່ 5 ແບບ.     
3. Desktop Keyboard with hot keys
      ເປັນ Keyboard ທີ່ມີຈຳນວນຄີຫລາຍກວ່າ 101 ຄີ ຂຶ້ນໄປແລ້ວແຕ່ວັດຖຸປະສົງໃຊ້ງານ ຊຶ່ງຈະມີປຸ່ມພິເສດ ສຳລັບລະບົບປະຕິບັດການ Windows ຕັ້ງແຕ່ເວີຊັ່ນ 95 ເປັນຕົ້ນໄປ.     
4. Wireless Keyboard ຄີບອດບໍ່ມີສາຍແມ່ນຫຍັງ
      Keyboard ບໍ່ມີສາຍເປັນ Keyboard ທີ່ເຮັດວຽກໂດຍບໍ່ຕ້ອງຕໍ່ສາຍເຂົ້າກັບຕົວເຄື່ອງຄອມພິວເຕີແຕ່ຈະມີປະກອນ ທີ່ຮັບສັນຍານຈາກຕົວ Keyboard ອີກເທື່ອໜຶ່ງ ການເຮັດວຽກງານຈະໃຊ້ຄວາມຖີ່ວິທະຍຸໃນການສື່ສານ ຊຶ່ງຄວາມຖີ່ທີ່ໃຊ້ຈະຢູ່ທີ່ 27 MHz ອຸປະກອນຊະນິດ ນີ້ມັກຈະມາຄູ່ກັບອຸປະກອນ Mouse ດ້ວຍ.     
5. Security Keyboard
      ຮູບຮ່າງແລະຮູບແບບການເຮັດວຽກງານຈະຄ້າຍຄືກັນກັບ Keyboard ແບບ Desktop ແຕ່ຈະມີຊ່ອງສຳລັບສຽບ SmartvCard ເພື່ອປ້ອງກັນການໃຊ້ງານຈາກຜູ້ທີ່ບໍ່ໄດ້ເປັນເຈົ້າຂອງKeyboard ຊະນິດນີ້ເໝາະກັບການໃຊ້ງານທີ່ອງການ ປອດໄພສູງ ຫລືໃຊ້ຄວບຄຸມເຄື່ອງ Server ທີ່ຍອມໃຫ້ສະເພາະ Admin ເທົ່ານັ້ນເປັນຄົນປ່ຽນແປງຂໍ້ມູນ.    
6.Notebook Keyboard
      ເປັນ Keyboard ທີ່ຖືກອອກແບບມາໃຫ້ມີຂະໜາດບາງເບົາ ຂະໜາດຄວາມກວ້າງ ແລະຍາວຈະຂຶ້ນຢູ່ກັບເຄື່ອງ Notebook ທີ່ໃຊ້ປຸ່ມເທິງແປ້ນພິມຈະຢູ່ຕິດກັນແລະບາງຫລາຍ ຄີພິເສດຕ່າງຈະຖືກຫຼຸດ ແລະເພີ່ມສະເພາະປຸ່ມທີ່ຈຳ ເປັນໃນການ Present ງານ ຫລື ການພັກຜ່ອນເຄື່ອງເພື່ອປະຫຍັດພະລັງງານ.    
7. ຄີບອດໃໝ່ອານາຄົດ
      ປະຈຸບັນ ຄີບອດ ມີການພັດທະນາໄປຕາມຍຸກສະໄໝ ໂດຍສະເພາະຍຸກໂລກຂາດພົມແດນ ດ້ວຍເທກໂນໂລຍີອິນເຕີເນັດ ບໍລິສັດຜູ້ຜະລິດຫລາຍບໍລິສັດ ໄດ້ກໍ່ການຜະລິດຄີບອດ ທີ່ມີປຸ່ມຟັງກ໌ຊັນສຳລັບກວດສອບອີເມລ໌ ແລະການເຂົ້າສູ່ອິນເຕີເນັດ ຕະຫລອດຈົນຄວບຄຸມລະບົບມັນຕິມີເດຍຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ ດັ່ງເຊັ່ນຮູບທີ່ປາກົດປະຈຸບັນ ຄວາມຕ້ອງການຄີບອດທີ່ສະດວກຕໍ່ການໄປມາ ເຮັດໃຫ້ເກີດນະວັດກຳໃໝ່ ຄືຄີບອດແບບພັບໄດ້ ຊຶ່ງເຮັດໄດ້ສຳຜັດຕິກທີ່ມີການໃສ່ວົງຈົນພາຍໃນ ທີ່ສາມາດພັບມ້ວນໄດ້ສະດວກ.
      ເມື່ອເວົ້າເຖິງຄີບອດອື່ນໆ ທີ່ໃນລະບົບຄອມພິວເຕີມາ ຫລາກຫລາຍຮູບແບບແລ້ວ ຄາດວ່າອີກບໍ່ດົນນີ້ຈະມີຄີບອດທີ່ນຳອອກສູ່ຕະຫລາດໃນເຊີງທຸລະກິດ ທີ່ຜະລິດໃນ ກຸງໂຊນ ປະເທດເກົາຫລີໃຕ້ ໂດຍ AVING ມີຊື່ລຸ້ນວ່າ CL850 ໂດຍການນຳສະເໜີວ່າ ຄີບອດລຸ້ນນີ້ຈະເປັນອຸປະກອນອິນພຸດທີ່ໄດ້ຮັບການຍອມຮັບ ຈາກບໍລິສັດທີ່ເຮັດອຸປະກອນໂມດູນດ້ານເຊັນຕ໌ເຊີລ໌ຊຶ່ງພັດທະນາຈາກລຸ້ນ CL800BT ວ່າມີຄຸນນະພາບໃນດ້ານຕຳແໜ່ງແລະການເຄື່ອນໄຫວຂອງນິ້ວມື ແລະ ການສົ່ງສັນຍານມີການຈົດຈຳຄ່າຂອງອິນພຸດແຕ່ລະອັນໄດ້ໂດຍອຸປະກອນເຊນຕ໌ເຊີລ໌ທີ່ສົ່ງມາຍັງຜູ້ໃຊ້ທີ່ຄອຍຖ້າກວດຈັບສັນຍານ ໂດຍມີການຕໍ່ສັນຍານເຂົ້າກັບລະບົບ Bluetooth ແລະ USB ໂດຍເຈົ້າສາມາດເຊື່ອມຕໍ່ຄີບອດ [ເສມືອນ] ໜີ້ເຂົ້າກັຄອມພິວເຕີແບບຕັ້ງໂຕະ, ໂທສັບມືຖືຫລືອຸປະກອນເຄື່ອນທີ່ບໍ່ມີສາຍອື່ນໆ ເຊັ່ນ martPhones, PDAs ຕະຫລອດຈົນໃຫ້ກັບອຸປະກອນ PMP ແຕ່ກໍຕ້ອງມາຄຳນຶງໃນເລື່ອງຂອງລາຄາດ້ວຍ ເພາະລາຄາທີ່ເກົາຫລີບລະມານ 100,000


avatar
ອະທິບາຍບົດເລື່ອງ:
ບົດເລື່ອງຕ່າງໆ ທີ່ຂຽນລົງມາໃນ Blog ນີ້ ຄົງບໍ່ອາດປາສະຈາກຂໍ້ຂາດຕົກບົກຜ່ອງ ຂໍຄວາມກະລຸນານຳທ່ານຜູ້ຮູ້ ຊ່ວຍພິຈະລານາ ເພື່ອຄວາມກະຈາງງແຈ້ງຂື່ນຕື່ມ.....

nongkemane. Powered by Blogger.