I. ຕົ້ນກຳເນີດຂອງ ເມົາສ໌.
1. ປະຫວັດຄວາມເປັນມາຂອງ ເມົາສ໌ລຸກກີ້ງ.
ເມົາສ໌ ຖືກປະດິດສ້າງຂຶ້ນໃນປີ 1963 ໂດຍ ທ່ານ ດັກລັດສ ເອງເກລບາທ (Douglas
Engelbart) ທີ່ສະຖາບັນວິໃຈສະແຕນຟອດຣ໌ (Stanford Research Institute) ຫຼັງຈາກກາານທົດລອງການໃຊ້ງານຢ່າງລະອຽດ (ເມົາສ໌ ເຄີຍມີອີກຊື່ໜຶ່ງວ່າ “ ບັກ “ (bug) ແຕ່ພາຍຫຼັງໄດ້ຮັບຄວາມນິຍົມນ້ອຍກວ່າຄຳວ່າ “ ເມົາສ໌ ” ) ມັນເປັນໜຶ່ງໃນການທົດລອງ ອຸປະກອນຊີ້ (Pointing Device) ສຳຫຼັບ Engelbart’s
oN-Line System (NLS) ສ່ວນອຸປະກອນຊີ້ອື່ນໆອອກແບບມາເພຶ່ອການເຄື່ອນໄຫວໃນຮ່ງກາຍສ່ວນອຶ່ນໆ
ເຊັ່ນ ອຸປະກອນທີ່ໃຊ້ຕິດກັບ ຄາງ ຫຼື ດັງ
ແຕ່ໃນທ້າຍທີ່ສຸດແລ້ວເມົາສ໌ກໍ່ໄດ້ຮັບການຄັດເລືອກເພາະງ່າຍຕໍ່ການໃຊ້ງານ.ເມົາສ໌
ຕົວທຳອິດມີຂະໜາດໃຫຍ່ ແລະ ຕ້ອງໃຊ້ 2 ດ້ານວາງໃນລັກສະນະຕັ້ງສາກກັນ
ການອ້ອມຂອງແຕ່ລະດ້ານຈະຖືກປ່ຽນໄປເປັນການເຄື່ອນທີ່ບົນແກນໃນມຸມ 2ມິຕິ ທ່ານເອງເກລບາທ ໄດ້ຮັບສິດທິບັດເລກທີ US3541541 ໃນວັນທີ່ 17 . 11 . ຄ ສ 1970 ຊື່ “ X-Y Position
Indicator For A Display System “ (ຕົວລະບຸຕຳແໜ່ງ X-Y ສໍາຫຼັບລະບົບສະແດງຜົນ) ໃນຕອນນັ້ນ ທ່ານເອງເກລບາທ
ຕັ້ງໃຈຈະພັດທະນາຈົນສາມາດໃຊ້ເມົາສ໌ໄດ້ດ້ວຍມືດຽວ.ເມົາສ໌ແບບຕໍ່ມາຖືກປະດິດໃນຊ່ວງຕົ້ນທົດສັດຕະວັດ
ປິ 1970 ໂດຍ ທ່ານ ບິລ ອິງລິຊ (Bill English) ທີ່ສູນວິໃຈຂອງບໍລິສັດ ຊີຮອກສ໌ (Xerox PARC) ໂດຍແທນທີ່ລໍ້ໝູນ ດ້ວຍ ລູກບານຊື່ງສາມາດໝູນອ້ອມໄປໄດ້ທຸກທິດທາງ
ການເຄື່ອນໄຫວຂອງລູກບານຈະຖືກຕວດຈັບໂດຍລໍ້ນ້ອຍໆ ພາຍໃນອີກດ້ານໜື່ງ ເມົາສ໌
ະນິດນີ້ຄ້າຍໆ ກັບ ແທ໊ກບອລ ແລະ ນິຍົມໃຊ້ກັບ ຄອມພິວເຕີສ່ວນບຸກຄົນ
ຕະຫຼອດທົດສະຕະວັດທີ່ 1980 ແລະ 1990 ເຮັດໃຫ້ການໃຊ້ເມົາສ໌ ແລະ ຄີບອດ ໃນເວລາດຽວກັນສາມາດເປັນຈິງໄດ້.ເມົາສ໌ໃນປັດຈຸບັນໄດ້ຮັບຮູບແບບມາຈາກ Ecole polytechnique federale de
Lausanne (EPFL) ພາຍໃຕ້ແຮງບັນດານໃຈຂອງ ສາດສະດາຈານ ຮ່ວມກັບວິສະວະກອນ ແລະ
ຊ່າງໂມງ ຊື່ ຊຶ່ງການດຳເນີນງານຄັ້ງນີ້ເຮັດໃຫ້ເກີດບໍລິສັດ ໂລຈິເທດ (Logitech) ຜະລິດເມົາສ໌ທີ່ໄດ້ຮັບຄວາມນິຍົມເປັນຍີ່ຫໍ້ທຳອິດ.
ຮູບທີ່ 1 ເມົາສ໌ ຂອງ Douglas Engelbart ຊື່ງເປັນເມົາສ໌ຕົວທໍາອິດຂອງວົງການຄອມພິວເຕີເຮັດດ້ວຍໄມ້ ແລະ
ລູກລໍ້ເຫຼັກສອງລໍ້ .
2. ປະຫວັດຄວາມເປັນມາຂອງ ເມົາສ໌ອອບຕິກຄໍ.
ໃນຂະນະດຽວກັນກໍ່ໄດ້ມີການພັດທະນາເມົາສ໌ອີກຮູບແບບໜຶ່ງນັ້ນກໍ່ຄື ເມົາສ໌ອອບຕິກຄໍ
(Optical
mouse) ຊື່ງໃຊ້ຫຼັກການໃນການຕວດຈັບການເຄື່ອນໄຫວໂດຍໃຊ້ເຊນເຊີຮ໌ແສງທີ່ຢູ່ລຸ່ມເມົາສ໌ຮ່ວມກັບ
ແອລອີດີ ເມົາສ໌ອອບຕິກຄໍ ໃນຍຸກທຳອິດ ປະດິດໂດຍ ທ່ານ ສະຕິບ ເຄິຮ໌ (Steve Kirsch) ທີ່ບໍລິສັດ Mouse Systems
Corporation ຊຶ່ງສາມາດໃຊ້ໄດ້ເທິງ ເມົາສ໌ແພດ (Mouse pad) ທີ່ມີພື້ນຜິວເປັນໂລຫະສະເພາະເທົ່ານັ້ນ ແລະ ຕ້ອງໃຊ້ CPUຂອງເຄື່ອງຄອມພິວເຕີໃນການປະມວນຜົນຕຳແໜ່ງຂອງຕົວຊີ້
ແຕ່ເມື່ອຄອມພິວເຕີມີລາຄາຖຶກລົງ ເມົາສ໌ອອບຕິກຄໍຈື່ງໄດ້ຖືກໃສ່ຊິບສຳຫຼັບປະມວນຜົນ (ICP: Image
processing chips) ເຂົ້າໄປຊຶ່ງເຮັດໃຫ້ສາມາດໃຊ້ໄດ້ບົນພື້ນຜິວຫຼາຍຊະນິດມາກຂຶ້ນ
ໂດຍບໍ່ຈຳເປັນຕ້ອງໃຊ້ເມົາສ໌ແພດອີກຕໍ່ໄປ.ຫຼັກການຂອງເມົາສ໌ແບບທີ່ບໍ່ຕ້ອງໃຊ້ເມົາສ໌ແພດ
ຄືການໃຊ້ເຊັນເຊີໃນການສຳຫຼວດຈັບການເຄື່ອນທີ່ຂອງພື້ນຜິວທີ່ເກີດຈາກການໃຊ້ແອລ ອີດີ
ສ່ອງໄປທີ່ພື້ນຜິວ
ແລະຈະຖືກສົ່ງຕໍ່ໄປທີ່ສ່ວນປະມວນຜົນພາບເພື່ຶອທີ່ຈະປ່ຽນແປງໄປເປັນການເຄື່ອນໄຫວເທິງແກນ X ແລະ Y ໂດຍຈະປະມວນຜົນເຖິງ 1512 ເຟມຕໍ່ວິນາທີຊື່ງໃນແຕ່ລະເຟມມີຂະໜາດ 18x18 ພິກເຊລ ແລະ ແຕ່ລະພິກເຊລມີລະດັບຄວາມເຂັ້ມທີ່ແຕກຕ່າງກັນໄດ້ເຖິງ 64 ເຊດ ເມົາສ໌ແບບນີ້ມັກຈະສັບສົນກັບເລເຊີເມົາສ໌(Laser mouse) ແລະ ກາຍເປັນມາດຕະຖານໃນປັດຈຸບັນເນື່່ອງຈາກຄວາມແມ່ນຍຳທີ່ມີມາກກວ່າເມົາສ໌ແບບລູກ
ກິ້ງ . ປະລິມານຄວາມຕ້ອງການອອບຕິດຄໍເມົາສ໌ ສ່ວນໜຶ່ງມາຈາກນັກຫຼີ້ນເກມແນວ
ຊື່ງຕ້ອງການຄວາມແມ່ນຍຳສູງໃນການເລັງໂດຍໃຊ້ເມົາສ໌.
3. ປຽບທຽບເມົາອອບຕິດຄໍ ກັບ ເມົາລູກກີ້ງ.
ຜູ້ທີ່ສະໜັບສະໜູນ ເມົາສ໌ອອບສະຕິບຄໍ
ອ້າງວ່າເມົາສ໌ຊະນິດນີ້ເຮັດວຽກໄດ້ດີກວ່າເມົາສ໌ ລູກກີ້ງ ບໍ່ຕ້ອງບຳລຸງຮັກສາ ແລະ
ມີອາຍຸການໃຊ້ງານທີ່ຍາວນານກວ່າເກົ່າ ເນື່ອງຈາກບໍ່ມີຊິ້ນສ່ວນທີ່ເຄື່ຶອນໄຫວ
ສ່ວນທາງດ້ານຜູ້ສະໜັບສະໜູນເມົາສ໌ ລູກກີ້ງ ເວົ້າວ່າເມົາສ໌ອອບຕິບຄໍ ບໍ່ສາມາດໃຊ້ເທິງວັດສະດຸໂປ່ງແສງ
ລວມເຖິງເມົາສ໌ອອບຕິບຄໍ ທີ່ມີປະສິດທິພາບຕ່ຳຈະມີບັນຫາໃນການເຄື່ອນເມົາສ໌ໄວໆ ແລະ
ການສ້ອມແປງບຳລຸງຮັກສາເມົາສ໌ລູກກີ້ງນັ້ນງ່າຍກວ່າເມົາສ໌ອອບຕິບຄໍ ມີແຕ່ເຮັດຄວາມສະອາດ
ກໍ່ສາມາດໃຊ້ໄດ້ (ແຕ່ເຖິງຢ່າງໃດກໍ່ຕາມ
ເມົາສ໌ອອບຕິບຄໍນັ້ນບໍ່ຈຳເປັນຕ້ອງບຳລຸງຮັກສາເລີຍ) ຈຸດທີ່ດີທີ່ສຸດຂອງເມົາສ໌ລູກກີ້ງກໍ່ຄືເປັນເມົາສ໌ທີ່ໃຊ້ພະລັງງານທີ່ຕ່ຳກວ່າເມື່ອເປັນເມົາໄລ້ສາຍ
ໂດຍທີ່ໃຊ້ກະແສ ໄຟຟ້າປະມານ 5 mA ຫຼື ນ້ອຍກວ່ານັ້ນ ໃນຂະນະທີ່ເມົາສ໌ອອບຕິບຄໍຈະກິນໄຟເຖິງ 25 mAໂດຍທີ່ເມົາສ໌ໄລ້ສາຍລຸ້ນເກົ່າໆ ຈະກິນໄຟຫຼາຍຂຶ້ນໄປອີກ
ຊື່ງເປັນຜົນເຮັັດໃຫ້ຕ້ອງປ່ຽນແບັດເຕີລີ່ ຕະຫຼອດ
ບໍ່ເໝາະສົມກັບການໃຊ້ງານຢ່າງຕໍ່ເນື້ອງດົນໆ
ເມົາສ໌ລູກກີ້ງໃຊ້ແສງໃນການຕວດຈັບການເຄື່ອນໄຫວຂອງລູກກີ້ງ ໃນຂະນະທີ່
ເມົາສ໌ອອບຕິບຄໍຕວດຈັບການເຄື່ອນທີ່ຂອງພື້ນຜິວຮຽບ.
4. ປະຫວັດຄວາມເປັນມາຂອງ ເມົາສ໌ເລເຊີຮ໌.
ໃນປີ 2004 Logitech ຮ່ວມກັບ Agilent
Techologies ໄດ້ນຳເມົາສ໌ເລເຊີຮ໌ເຂົ້າສູ້ຕະຫຼາດ
ເມົາສ໌ຊະນິດນີ້ໃຊ້ແສງເລເຊີຮ໌ແທນແອດອີດີແບບເກົ່າ
ເທັກໂນໂລຍີແບບໃໝ່ຊື່ງສາມາດເພີ່ມລາຍລະອຽດຂອງພາບທີ່ຖືກປະມວນຜົນໃນເມົາສ໌ໄດ້ອິກເຖິງ 20 ເທົ່າ.
ຮູບທີ່ 3 ເມົາສ໌ ເລເຊີຮ໌
5. ປະຫວັດຄວາມເປັນມາຂອງ ເມົາສ໌ ເທັກທີລີ.
ໃນປີ 2000 Logitech ໄດ້ເປີດຕົວ tactile mouse ຊື່ງມີຊິ້ນສ່ວນນ້ອຍໆ ທີ່ເຮັດໃຫ້ເມົາສ໌ສັ່ນໄດ້
ທີ່ເຮັດໃຫ້ເມົາສ໌ສັ່ນໄດ້ຊື່ງເປັນການເພີ່ມສ່ວນຕິດຕໍ່ກັບຜູ້ໃຊ້ທີ່ກ່ຽວຂ້ອງກັບການສຳພັນ
ເຊັ່ນ ການສັ່ນເມື່ອເຄີຮ໌ເຊີຮ໌ຢູ່ທີ່ຂອບ window ມີເມົາອີກຊະນິດໜຶ່ງສາມາດຈັບໄວ້ໃນມື
ໂດຍບໍ່ຕ້ອງວາງເທິງພື້ນຜິວ ໂດຍສາມາດຈັບການເຄື່ອນໄຫວໄດ້ເຖິງ 6ມີຕີ (3ມິຕິ + ການໝູນຂອງ 3 ແກນ= 6ມີຕີ)ຊື່ງມີກຸ່ມເປົ່າໝາຍສຳຫຼັບການສະເໜີທາງທຸລະກິດ
ເມື່ອມີການໂຄສະນາແບບໃດກໍ່ຕາມ ເມົາສ໌ຊະນິດນີ້ກໍ່ບໍ່ໄດ້ຮັບຄວາມນິຍົມໃນວົງກວ້າງ.
ຮູບທີ່4 Tactile Mouse Version 1 (left) and Version 2
(right).
6. ປະຫວັດຄວາມເປັນມາຂອງ ເມົາສ໌ ເທັກທີລີ.
ໃນປີ ຄ ສ 1970 ບໍລິສັດ Xerox PARC ໄດ້ອອກເມົາຮຸ່ນ Xerox Star ແຕ່ຕໍ່ມາບໍລິສັດApple ໄດ້ ອອກ Apple lisa ອອກມາແຂ່ງ ແຕ່ເຖິງຢ່າງນັ້ນເມົາສ໌ທັງ2 ບໍລິສັດກັບບໍ່ປະສົບຜົນສຳເລັດທາງທຸລະກິດ
ຈົນເຖິງການເປີດຕົວຂອງ Apple Macintosh . ໃນປິ 1984ເຮັດໃຫ້ເມົາສ໌ໄດ້ໃຊ້ໃນວົງກວາ້ງມາກຍິ່ງຂຶ້ນ ການເປີດຕົວຂອງ Apple
Macintosh ມີອິດທິພົນຫຼາຍ ເນື່ອງຈາກຄວາມສຳເລັດຂອງເຄື່ອງ Apple
Macintosh ເຮັດໃຫ້ຜູ້ຜະລິດຫຼາຍລາຍເລີ່ມຈະຜະລິດເມົາສ໌ກັນຫຼາຍຂຶ້ນກວ່າເກົ່າ
ແລະ ເມຶ່ອລະບົບ graphical user interfaces ( GUI) ເຂົ້າມາໃນທົດສັດຕະວັດທີ 1980 ແລະ 1990 ເຮັດໃຫ້ເມົາສ໌ເປັນອຸປະກອນທີ່ຂາດບໍ່ໄດ້ເມຶ່ອຈະໃຊ້ຄອມພິວເຕີ
ໃນປີ 2000 Dataquest ( ໜ່ວຍງານທາງດ້ານສະຖິຕິແຫ່ງໜຶ່ງຂອງສະຫະລັດອາເມລິກາ)
ມີການຄາດຂະເນວ່າ ເມົາສ໌ໄດ້ຖືກຂາຍໄປແລ້ວທົ່ວໂລກຮວມມູນຄ່າທັງໝົດ ປະມານ $1,5ພັນລ້ານ.