ເປັນຫຍັງສະຕີບຈ໋ອບຈຶ່ງເລືອກເອົາ Apple ເປັນຊື່ຂອງບໍລິສັດ


ຫຼາຍໆຄົນອາດຈະເຄີຍສົງໄສວ່າເປັນຫຍັງແອັບເປີ້ນຊື່ຂອງໝາກໄມ້ທີ່ຮຽບງ່າຍແລະບໍ່ໜ້າຈະກ່ຽວຫຍັງເລີຍກັບຄອມພິວເຕີ ພັດວ່າກາຍມາເປັນຊື່ຂອງບໍລິສັດທີສະຕີບຈ໋ອບຕັ້ງຂື້ນກ່ອນທີ່ຈະກາຍມາເປັນສິນຄ້າຊື່ດັງແລະເປັນສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດໃນໂລກຕອນນີ້Computer History Museum ໄດ້ເປີດເຜີຍຄລິບວີດີໂອທີ່ສະຕີບຈ໋ອບຜູ້ກໍ່ຕັ້ງບໍລິສັດໄດ້ເວົ້າອອກມາເມື່ອປີ 1980 ກ່ຽວກັບເລື່ອງຂອງບໍລິສັດແລະສິນຄ້າແອັບເປີ້ນ ເຊິ່ງມີຢູ່ຊ່ວງໜຶ່ງໄດ້ມີຄົນຖາມວ່າເປັນຫຍັງຈຶ່ງຕັ້ງຊື່ວ່າ Apple Computer
ເມື່ອເຮົາຕ້ອງເລືອກຊື່ຂອງບໍລິສັດເຮົາໃຫ້ຄວາມສຳຄັນກັບການເລືອກຊື່ຫຼາຍໃນຂະນະທີ່ທຸກຄົນເລືອກຊື່ແບບທີ່ເບິ່ງ ແລ້ວອອກຈະໄປແນວຊັບຊ້ອນເຊັ່ນ Matrix Computer ຫຼືຊື່ອື່ນໆສະຕີບຈ໋ອບເປີດເຜີຍເຫດຜົນທີ່ເລືອກຊື່ Apple ນອກຈາກຈະເປັນໝາກໄມ້ທີ່ຂ້ອຍມັກຫຼາຍແລ້ວ ກໍມີອີກເຫດຜົນໜຶ່ງກໍຄືຊື່ Apple ເປັນ ຊື່ທີ່ມາກ່ອນຊື່ Atari ໃນປຶ້ມໂທລະສັບນຳ (ສະຕີບຫົວ) ແຕ່ວ່າຊື່ Apple ກໍຊ່ວຍໃຫ້ມັນມີຄວາມໝາຍຂອງຄວາມຮຽບ ງ່າຍ ແລະຫຼຸດຄວາມຊັບຊ້ອນອອກໄປໃນອະດີດ Atari ເປັນບໍລິສັດຊື່ດັງຫຼາຍແລະສະຕີບ ຈ໋ອບເອງກໍເຄີຍເຮັດວຽກຢູ່ Atari ມາກ່ອນຫຼັງຈາກນັ້ນກໍໄດ້ລາອອກ ມາຕັ້ງບໍລິສັດ Apple ຮ່ວມກັບ Steve Wozniak ຈົນຮອດປະຈຸບັນ Apple ກາຍເປັນສິນຄ້າທີ່ມີມູນຄ່າສູງທີ່ສຸດໃນໂລກ ໄປແລ້ວທີ່ມາ – Complex Tech

avatar
ອະທິບາຍບົດເລື່ອງ:
ບົດເລື່ອງຕ່າງໆ ທີ່ຂຽນລົງມາໃນ Blog ນີ້ ຄົງບໍ່ອາດປາສະຈາກຂໍ້ຂາດຕົກບົກຜ່ອງ ຂໍຄວາມກະລຸນານຳທ່ານຜູ້ຮູ້ ຊ່ວຍພິຈະລານາ ເພື່ອຄວາມກະຈາງງແຈ້ງຂື່ນຕື່ມ.....

nongkemane. Powered by Blogger.