ແດດຕອນເຊົ້າແລະການດື້ມນ້ຳ


1. ແດດອ່ອນຕອນເຊົ້າ
   ແສງແດດຍາມເຊົ້າຖືວ່າເປັນຢາທຳມະຊາດທີ່ທຸກຄົນສາມາດເປັນເຈົ້າຂອງໂດຍບໍ່ຕ້ອງເສຍເງິນໄປຊື້ ນອກຈາກເຮັດໃຫ້ກະດູກຂງແຮງແລ້ວຍັງເຮັດໃຫ້ອາລົມດີເພາະວ່າແດດອ່ອນໆມີວິຕາມິນທີ່ຊ່ວຍກະຕຸ້ນໃຫ້ຮ່າງກາຍລັ່ງສານແຫ່ງຄວາມສຸກອອກມາຕໍ່ຕ້ານອາການຊຶມເສົ້າໃນຕົວເຮົາ ຄົນທີ່ຍ່າງ ແລະ ແລ່ນຮັບແດດອ່ອນ ຈຶ່ງມີໜ້າຕາເບີກບານກວ່າຄົນທີ່ມົວສຸມແຕ່ການຫລົບຫລີກແດດຢູ່ໃນແຕ່ເຮືອນ.
2.
ດື່ມນ້ຳແບບຟ້າວຝັ່ງອັນຕະລາຍ
   ໃຜໆກໍ່ບອກວ່າຄວນຈະດື່ມນ້ຳໃຫ້ໄດ້ 8 ຈອກຕໍ່ມື້, ແຕ່ຕ້ອງຄ່ອຍໆດື່ມໄປຕະຫລອດວັນ ບໍ່ແມ່ນໝົດມື້ບໍ່ດື່ມເລີຍແລ້ວມາດື່ມໃນຄັ້ງດຽວ ເພາະການດື່ມນ້ຳໃນປະລິມານຫລາຍໆໃນຄັ້ງດຽວອາດເຮັດໃຫ້ອາການນ້ຳເປັນພິດ ເນື່ອງຈາກເລືອດຈາງ ລະ ອາດເຮັດໃຫ້ເປັນຕະຄິວ, ກ້າມເນື້ອເຄັ່ງຕາມມາ. ຖ້າອາການເຄັ່ງດັ່ງກ່າວໄປເກີດຢູ່ສະໝອງ, ຫົວໃຈ ຫລື ປອດ ກໍ່ອາດຈະເຮັດໃຫ້ລະບົບຫາຍໃຈຫລົ້ມເຫຼວ ແລະ ເສຍຊີວິດໄດ້.





avatar
ອະທິບາຍບົດເລື່ອງ:
ບົດເລື່ອງຕ່າງໆ ທີ່ຂຽນລົງມາໃນ Blog ນີ້ ຄົງບໍ່ອາດປາສະຈາກຂໍ້ຂາດຕົກບົກຜ່ອງ ຂໍຄວາມກະລຸນານຳທ່ານຜູ້ຮູ້ ຊ່ວຍພິຈະລານາ ເພື່ອຄວາມກະຈາງງແຈ້ງຂື່ນຕື່ມ.....

nongkemane. Powered by Blogger.