ສີ່ງປະເສີດສຸດແຫ່ງປັນຍາ



·      ເປັນໄປບໍ່ໄດ້ທີ່ທຸກທາງຈະລົ້ມເຫຼວຕ້ອງມີຢ່າງໜ້ອຍທາງໜຶ່ງທີ່ຈະປະສົບຜົນສຳເລັດ.
·     ຈົ່ງມັກຄົ້ນຫາຄວາມດີຂອງຜູ້ອື່ນ ແລະ ຈົ່ງກ້າຊອກຫາຄວາມຂາດຕົກບົກຂ່ອງຂອງຕົນເອງ ເພື່ອປັບປຸງໃຫ້ດີຂື່ນ.
·     ຂ້ອຍບໍ່ຕ້ອງການສ້າງໂລກໃຫ້ກັບຄົນລຸ້ນຫຼັງທີ່ດີກ່ວາເພື່ອຄົນລຸ້ນຫຼັງແຕ່ຂອງຕ້ອງການສ້າງຄົນດີກ່ວາເພື່ອສ້າງໂລກຂອງເຮົາ.
·      ສິ່ງທີ່ເຮົາບໍ່ມັກຈົ່ງຢ່າທຳກັບເຮົາອື່ນ.
·     ມະນຸດສາມາດຄົ້ນຫາຄວາມໝາຍຂອງຊີວິດໄດ້ຕໍ່ເມື່ອເຂົາໄດ້ອຸທິດຕົນແກ່ສັງຄົມໃນຖານະຜູ້ໃຫ້ດ້ວຍຄວາມຈິ່ງໃຈເທົ່ານັ້ນ.
·      ຄວາມສຳເລັດບໍ່ຂື້ນຢູ່ກັບອາຍຸແຕ່ຂື້ນຢູ່ກັບຄວາມຄິດ.
·      ຈົ່ງລຸກຂື້ນສູ້ທັງທີ່ຮູ້ວ່າບໍ່ຊະນະຄຳເວົ້າສຽດສີເຍາະເຍີຢ່າເອົາມາເປັນພາຣະຂອງຫົວໃຈ ມັນ​ເປັນໄດ້ແຕ່ຂີ້ເຫຍື້ອຂ້າງທາງເທົ່ານັ້ນ.
·      ກະຕັນຍູບໍ່ຕ້ອງການເວລາເພາະມາດາບິດາບໍ່ໄດ້ຢູ່ນຳເຮົາຕະຫຼອດໄປ.
·       ຄົນເກັ່ງມີຢູ່ຫາຍທີ່ຫາຢາກຄືຄົນຫາຍ.
·       ເມື່ອຮ້າຍຈັດຢ່າຟ້າວຕອບຄຳຖາມໃຜ ເມື່ອດີໃຈຢ່າຟ້າວໃຫ້ສັນຍາ ເມື່ອເສົ້າໜັກໜາຢ່າຟ້າວຕັດສິນໃຈ.
·      ຄວາມສຳເລັດຂອງຄົນບໍ່ໄດ້ເກີດມາຈາກສະຫວັນ ບໍ່ໄດ້ເກີດມາຈາກໂຊກຊະຕາແຕ່ເກີດມາຈາກການຝຶກຜົນຢ່າງຈີງຈັງແລະສະໝຳສະເໜີເທົ່ານັ້ນ.
·      ການສຶກສາເຮັດໃຫ້ຄົນດູດີແຕ່ມີໃຜກ້າກະລັງຕີຍ້ອນມີການສຶກສາ.
·        ຄົນມີການສຶກສາ?
        -  ມີເງິນບໍ່ໄດ້ໝາຍຄວາມວ່າ          ມີການສຶກສາ
        -  ມີການສຶກສາບໍ່ໄດ້ໝາຍຄວາມວ່າ   ມີຄວາມຮູ້
        -  ມີຄວາມຮູ້ບໍ່ໄດ້ໝາຍຄວາມວ່າ      ມີຄວາມຄິດ
        -  ມີຄວາມຄິດບໍ່ໄດ້ໝາຍຄວາມວ່າ    ມີປັນຍາ
        -  ມີປັນຍາບໍ່ໄດ້ໝາຍຄວາມວ່າ         ມີສະຕິ
        -  ມີສະຕິແມ່ນປະເສີດທີ່ສຸດ.
·        ຜິດແລ້ວຮັບ ຈະເປັນຄົນກ້າຫານ
·        ຜິດແລ້ວແກ້ໄຂ ຈະເປັນດີ
·        ຜິດແລ້ວຮຽນຮູ້ ຈະເປັນຄົນສະຫຼາດ
·        ຖ້າບໍ່ກ້າຮັບຜິດ ແກ້ໄຂ ແລະ ຮຽນຮູ້ ຄົນນັ້ນຈະເປັນຄົນໂງຕະຫຼອດໄປ.
·        ເມື່ອເສຍຫຼັກກໍ່ຕ້ອງລົບຢ່າງສະຫຼາດ ເມື່ອພັ້ງພາດກໍ່ຕ້ອງຫຼີກໃສ່ປີກຫາງ ຄ່ອຍຄິດ ຄ່ອຍທຳ ຄ່ອຍຄຳຫາທາງ  ຈຶ່ງຈະຍ່າງໄປສູ້ຈຸດໝາຍຢູ່ປາຍມື.
·        ເວລາຄືທີ່ມາຂອງອຳນາດ.
·        ຄວາມຮູ້ກໍຄືດາບຍິ່ງໃຊ້ຍິ່ງຄົມ.
·         ຄວາມສຳເລັດປະກອບດ້ວຍຄວາມຜິດພາດຫຼາຍຄັ້ງທີ່ມາຮ່ວມກັນແລະມີຄວາມກະຕືລືລົ້ມທີ່ຝັກດັນໃຫ້ໄປ  ເຖິງໄຊຊະນະ.
·        ບໍໍ່ມີໃຜແບກຄວາມສຳເລັດມາຂາຍ ບໍໍ່ມີໃຜຕາຍຍ້ອນຄວາມໝຸ້ງໝັ້ນ ບໍ່ມີ່ໃຜບໍ່ຊະນະດ້ວຍການຝ່າຟັນຖ້າຄົນ  ເຮົາບໍ່ຍອມແພ້ຝັນນັ້ນຕ້ອງເປັນຈິງ.
·        ຖ້າຮ່ຳຮຽນ ຂຽນຄອ່ງແຄ້ວ ແລ້ວບໍ່ຄິດ ກໍ່ເສຍສິດ ເສຍເວລາ ໜ້າໃຈຫາຍ ແຕ່ຖ້າຄິດໂດຍບໍ່ຮຽນ ອັນຕະລາຍ  ເພາະມັກງາຍ ໄຣ້ເຫດຜົນ ຈົນປັນຍາ.
·        ຢ່າຕັດສິນຜູ້ອື່ນໃນຈຸດທີ່ເຂົາຢືນ ເພາະເຈົ້າບໍ່ຮູ້ເຫດຜົນທີ່ເປັນຈິ່ງ ຈົນກ່ວາເຈົ້າຈະໄດ້ມາຢືນທີ່ຈຸດທີ່ເຂົາຢືນ.
·        ຢ່າຢ້ານກົວການຕໍ່ຕ້ານຈົ່ງຈຳໄວ້ວ່າວາວຈະຂື້ນສູງໄດ້ເມື່ອທວນລົມບໍ່ແມ່ນຕາມລົມ.
·        ຜູ້ຄວນຄຸ້ມອາລົມຕົນເອງໄດ້ຄືຜູ້ຊະນະ ຄົນທີ່ໃຊ້ອາລົມຂົ່ມຂູ່ຄົນອື່ນນັ້ນຈະເປັນຜູ້ສະນະໃນການຜິດຖຽງກັນ  ເທົ່ານັ້ນແຕ່ແທ້ຈິ່ງແລ້ວເຂົາແພ້ພາຍໃນການຢູ່ກັນຄົນອື່ນ.
·       ຖຽງຊະນະລູກຄ້າ ຊະນະແລ້ວລູກຄ້າກໍ່ຈາກໄປ
·       ຖຽງຊະນະໝູ່ຮ່ວມງານ ຊະນະແລ້ວຄວາມສາມັກຄີກໍ່ຈາກໄປ
·       ຖຽງຊະນະເຈົ້ານາຍ ຊະນະແລ້ວກໍ່ບໍ່ກ້າວໜ້າໃນໜ້າທີ່ວຽກງານ
·        ຖຽງຊະນະຍາດຕິພີ່ນ້ອງ ຊະນະແລ້ວຄວາມເປັນພີ່ນ້ອງກໍ່ຫາງຫາຍໄປ
·        ຖຽງຊະນະເພືອນ ຊະນະ ແລ້ວເພືອນກໍ່ໜ້ອຍລົງ
·        ຖຽງຊະນະກໍ່ຄືພາຍແພ້ ສູ້ຊະນະຕົນເອງບໍ່ໄດ້ ໃຫ້ຕົນເອງເຂັມແຮງ ເຕີບໂຕ ໜັ້ນຄົງຈິງຈະເປັນຜູ້ຊະນະຢ່າງ     ແທ້ຈິ່ງ.
·        ຢູ່ໃຫ້ມີສັກສີ ດີໃຫ້ມີຄຸນຄ່າ ບ້າໃຫ້ມີເຫດຜົນ ທົນໃຫ້ມີເປົ້າໝາຍ ຕາຍໃຫ້ມີຄົນຈຳ.
·         ຄວາມມືດບໍ່ອາດຂັບໄລດ້ວຍຄວາມມືດມີພຽງແສງສະຫວ່າງເທົ່ານັ້ນຈິງຈະທຳໄດ້ ຄວາມກຽດຊັງບໍ່ອາດຄັບ  ໄລ   ດ້ວຍການກຽດຊັງມີແຕ່ຄວາມຮັກເທົ່ານັ້ນຈິງຈະເຮັດໄດ້.
·        ພະອາທິດຂື້ນບໍ່ມີວັນຕົກ ໂລກຕ່າງຫາກທີ່ມູນອອ້ມພະອາທິດ ຊີວິດຈະດີຫຼືບໍ່ດີບໍ່ໄດ້ຂື້ນກັບຄຳເວົ້າຂອງໃຜຕົວ  ເຮົາຕ່າງຫາກກຳນົດເອງ.
·         ໃນໂລກນີ້ບໍ່ມີຄົນໃດເກັ່ງຕະຫຼອດການ ວັນນີ້ເຈົ້າອາດເກັ່ງແຕ່ມື້ອື່ນອາດມີຄົນເກັ່ງກ່ວາເຈົ້າ ເພາະສະນັ້ນຄົນ  ໃດ   ພູໃຈວ່າ ຕົນເອງເກັ່ງ ຈົ່ງຈຳໄວ້ໂລດວ່າ ຄວາມຫາຍະນະກຳລັງໃກ້ເຂົ້າມາ ແລະ ຄວາມໂງໃກ້ເຂົ້າມາຄື      ກັນ.
·         ຄົນທີ່ຮູ້ການສຶກສາ ສູ້ຄົນມັກສຶກສາບໍ່ໄດ້ ຄົນມັກສຶກສາສູ້ຄົນສະໜຸກກັບການສຶກສາບໍ່ໄດ້.
·         ເມື່ອຍິ່ງໃຫຍ່ໃຫ້ເບິ່ງຟ້າ ເມື່ອດ້ອຍຄ່າໃຫ້ເບິ່ງດິນ ຈົ່ງຖາມຕົນເອງສະເໜີວ່າ ຫາກລຳລວຍແລ້ວເຈົ້າຈະທຳສິ່ງ     ທີ່   ທຳຄືວັນນີ້ ຫຼື ບໍ?
·         ຄົນລວຍເປັນຜູ້ກຳນົດຫຼັກສູດການສຶກສາ ສ່ວນຄົນຈົນຮຽນປະລິນຍາເພື່ອທຳງານໃຫ້ຄົນລວຍ.
·         ໂງ ຫຼື ສະຫຼາດເບິ່ງໄດ້ຈາກຄຳເວົ້າ.
·         ບໍ່ສາມາດທົນຕໍ່ເລື່ອງເລັກນ້ອຍ ກໍ່ຈະທຳໃຫ້ເສຍການໃຫ່ຍ.
·          ຄົນທີ່ບໍ່ທຳຜິດເລີຍ ຄື ຄົນທີ່ບໍ່ເຄີຍເຮັດຫຍັງ.
·          ແກ້ວທີ່ງົມຢູ່ທາມກາງສາຍຝົນ ຕໍ່ໃຫ້ຜົນຕົກໝົດຄືນກໍບໍ່ອາດເຕັມຈອກ ຄົນທີ່ບໍ່ຍອມເປີດໃຈຮຽນຮູ້ ຕໍ່ໃຫ້     ປົນຢູ່ກັບນັກປຣາດທັງຄືນ ກໍ່ໂງຄືເກົ່າ.
·          ຄວາມຄາດຫວັງເປັນຫາກຖານຂອງຄວາມໂສກເສົ້າທັງມວນ.
·         ການງຽບນັ້ນແມ່ນວ່າບໍ່ມີຄຳຕອບ ແຕ່ບາງທີ່ເວົ້າອອກໄປບໍ່ມີປະໂຫຍດ.
·         ບໍ່ມີຄຳຄົມໃດ ຫຼື ຄຳສອນໃດທີ່ເຮັດໃຫ້ເຈົ້າປະສົບຜົນສຳເລັດ ຫາກເຈົ້າບໍ່ກ້າລົງມື.
·         ບໍ່ວ່າແມວຂ່າວ ຫຼື ດຳ ຂໍ້ພຽງຈັບໜູໄດ້ ກໍເປັນແມວທີ່ດີ.
·         ບໍ່ສຳຄັນວ່າຄົນອື່ນຈະເບິ່ງເຮົາຢ່າງໃດ ແຕ່ສຳຄັນຢູ່ທີ່ເຮົາຄິດແລະກະທຳ.
·        ເມື່ອວິວາດກັບຄົນໂງຈະເປັນຄົນໂງເພີ່ມຂື້ນ.
·        ຈົ່ງຝາກຊີວິດໄວ້ກັບ ສະຕິ ແລະ ປັນຍາ ຢ່າຝາກຊີວິດໄວ້ກັບໂຊກສະຕາທີ່ເບິ່ງບໍ່ເຫັນ.
·        ເສື້ອເກົ່າບໍ່ໄດ້ທຳໃຫ້ເຮົາໂງ ຂໍພຽງເຕີບໂຕດ້ວຍສະຕິປັນຍາ.
·        ໃນໂລກບໍ່ມີໃຜດອກທີ່ຈະຊະນະຕະຫຼອດ ຄົນທີ່ບໍ່ທອດເທົ່ານັ້ນຈຶ່ງຈະ ເຂັ້ມແຂງຂື້ນ ແລະ ໄດ້ພົບໄຊຊະນະທີ່   ແທ້ຈິງ.
·        ມີແສງສະຫວ່າງພຽງພໍສຳລັບຜູ້ທີ່ຕ້ອງຈະເບິ່ງເຫັນ.
·        ໃຈຄົນກໍເໜືອນນົກກະຈິບນ້ອຍທີ່ມັກບິນປ່ຽນທິດທາງໄປເລື້ອຍໆ ວັນລະຫຼາຍຄັ້ງ.
·        ໃຈຄົນກໍເໜືອນຝຸ່ນລະອອງທີ່ບາງເບົາເມື່ອສາຍລົມແຫ່ງຄວາມປ່ຽນແປງພັດມາເມື່ອໃດມັນກໍປິວໄປຕາມລົມ  ເມື່ອນັ້ນ.
·        ປິດຕາໄດ້ແຕ່ຢ່າປິດຫົວໃຈ.
·        ຢ່າໄດ້ຮື້ຟື້ນຄວາມເຈັບປວດ ຫຼື ຄວາມຜິດພາດໃນອາດີດເອົາມາຄິດເລີຍ ເພາະມັນຈະເຮັດໃຫ້ເຮົາພາດຝັງກັບ  ໄຊຊະນະໃນອານາຄົດ.
·       ຈົ່ງຮຽນຮູ້ມາລະຍາດໄດ້ຈາກຄົນໄຣ້ມາລະຍາດ.
·        ຄຳເວົ້າຄືເຄື່ອງວັດສະຕິປັນຍາ.
·        ຄົນຫຼັບອາດປຸກໃຫ້ຕື່ນໄດ້ ແຕ່ຄົນແກ້ງຫຼັບບໍ່ມີວັນ ປຸກໃຫ້ຕື່ນໄດ້.
·        ຄົນໃດຮັກທ່ານຄົນນັ້ນຈະຫ້າມປາມທ່ານ ສ່ວນຄົນໃດບໍ່ຮັກທ່ານຄົນນັ້ນຈະຍຸແຍ່ສົງເສີມທ່ານ.
·        ເມື່ອທ່ານຮັກໃຜສັກຄົນຈົ່ງບອກເຂົາໄປເທີນມັນຈະເປັນຄວາມສົງຈຳທີ່ດີສຳລັບຄວາມຮັກຂອງທ່ານທັງສອງ.
·        ຄົນສະຫຼາດຈະບໍ່ຖືກງູກັດຢູ່ໃນຮູດຽວກັນເປັນຄັ້ງທີ່ສອງ.
·       ຈົ່ງຢ່າຫວັງສິ່ງທີ່ຢູ່ໃນມືຂອງຜູ້ອື່ນ.
·        ຄົນທີ່ເອົາຊະນະຄົນອື່ນດ້ວຍຄວາມຊົ່ວເຂົາຄື ຜູ້ແພ້.
·        ຄົນທີ່ກະຫາຍສອງສິ່ງນີ້ບໍ່ມີວັນອີ່ມຂອງຄວາມກະຫາຍຄື: ກະຫາຍຄວາມຮູ້ ແລະ ຊັບສິນ.
·        ຄວາມໂສກເສົ້າຄືສ່ວນໜຶ່ງຂອງຄວາມແກ່ສະລາ.
·        ຈິດໃຈຂອງມະນຸດກໍ່ເໜືອນຮ່າງກາຍຂອງມະນຸດມີທັງເໝື່ອຍລ້າ ແລະ ເຈັບປວດບາງຄັ້ງ.
·        ບາງຄັ້ງຄຳເວົ້າຮ້າຍແຮງຍິ່ງກວ່າອາວຸດ.
·        ຄົນທີ່ເຊື່ອໝັ້ນໃນຕົງເອງເກີນໄປ ມັກຈະໂດດດຽວອ້າງວ້າງທີ່ສຸດ.
·        ເຈດີສູງທຽມຟ້າ ເລີ້ມຈາກອິດພຽງກ້ອນດຽວ.
·        ຄວາມທຸກທີ່ເກີນທົນຈະຫຼອມຄົນໃຊ້ທົນທານ.
·        ທີ່ໃດມີຈຸດຈົບທີ່ນັ້ນຈະເລີ້ມຕົ້ນໃໜ່ຢູ່ສະເໜີ
·        ວັນນີ້ອາດເປັນດິນທີ່ໄຣ້ຄ່າ ວັນຄ້າງໜ້າອາດເປັນຟ້າທີ່ຍິ່ງໃຫຍ່.
·        ຈົບປະລິນຍາຖ້າຄິດເປັນລູກຈ້າງກໍ່ເປັນໄດ້ແຕ່ລູກຈ້າງ  ຖ້າຈົບ ປໍ4ຄິດຈະເປັນເຈົ້າຂອງກິດຈະການກໍ່ຈະໄດ້  ເປັນເຈົ້າຂອງກິດຈະການ.
·       ຈົ່ງເບິ່ງໄປຂ້າງໜ້າເພື່ອກໍ່ຄວາມຫວັງ ຈົ່ງເບິ່ງຂ້າງຫຼັງເພື່ອແກ້ໄຂຄວາມຜິດ ຖ້າບໍ່ມີຄວາມຜິດກໍ່ບໍ່ແມ່ນຄົນ.
·        ຄວາມກ້າວໜ້າຈະບໍ່ເກິດຖ້າບໍ່ມີການປຽນແປງ.
·        ຜູ້ຮອບຮູ້ມັກຈະຖອມຕົນ ຄົນໂງ່ຈ້າມັກຈະໂອອາດ.
·        ເຮົາອາດເສຍໃຈພຽງຄຳເວົ້າຂອງຄົນ ແຕ່ເຮົາບໍ່ຍອມເສຍຄົນຍ້ອນຄຳເວົ້າຂອງໃຜ.
·        ກອງທັບແບ້ທີ່ມີເສືອເປັນຜູ້ນຳກໍ່ສາມາດຊະນະກອງທັບເສືອທີ່ມີແບ້ເປັນຜູ້ນຳ.
·        ຄົມປາກອາດຊະນະໃຈຄົນບາງຄົນ ແຕ່ຄົມແນວຄິດອາດຊະນະໃຈຄົນເປັນລ້ານ.
·        ວິທີດຽວທີ່ຈະຊະນະການໂຕ້ຖຽງຈົ່ງຫຼີລຽງມັນເຖີດ.
·        ທັກສະນະຄະຕິແມ່ນສິ່ງໜ້ອຍທີ່ສ້າງຄວາມແຕກຕ່າງອັນຍິ່ງໃຫຍ່ມະຫາສານ.
·        ວັນນີ້ເປັນຜູ້ອານວັນໜ້າເປັນຜູ້ນຳ.
·        ການເປັນບຸກຄົນໜ້າຕາດີ ຫຼໍ່ ງາມ ນັ້ນເປັນຂອງຂວັນຈາກໂຊກສະຕາແຕ່ກັບການອ່ານການຂຽນນັ້ນໄດ້  ມາຈາກຄຸນລັກສະນະອຸປະນິໃສ.
·        ຄິດກ່ອນເຈົ້າຈະເວົ້າ ອ່ານກ່ອນເຈົ້າຈະຄິດ.
·        ອ່ານໜັງສືພັນຫົວແລ້ວ ຄຳເວົ້າຂອງເຈົ້າຈະເວົ້າມາດັງນ້ຳໄຫຼ.
·        ໜັງສືຄືເຄື່ອງບິນ ລົດໄຟ ແລະ ຖະໜົນຫົນທາງ ໜັງສືຄືຈຸດໝາຍປາຍທາງ ແລະ ການເດີນທາງໜັງສືຄືບ້ານ  ຂອງເຮົາ.
·        ບຸກຄົນທີ່ມີການຮຽນຮູ້ມີຢູ່ 2 ປະເພດຄື: 1 ຮຽນຮູ້ຈາກການອ່ານ ແລະ 2ຮຽນຮູ້ຈາກບຸກຄົນທີ່ສະຫຼາດ.





avatar
ອະທິບາຍບົດເລື່ອງ:
ບົດເລື່ອງຕ່າງໆ ທີ່ຂຽນລົງມາໃນ Blog ນີ້ ຄົງບໍ່ອາດປາສະຈາກຂໍ້ຂາດຕົກບົກຜ່ອງ ຂໍຄວາມກະລຸນານຳທ່ານຜູ້ຮູ້ ຊ່ວຍພິຈະລານາ ເພື່ອຄວາມກະຈາງງແຈ້ງຂື່ນຕື່ມ.....

nongkemane. Powered by Blogger.