ວັດທະນະທຳລາວ: ສິ່ງທີ່ເຮັດໃຫ້ເກີດຄວາມຈະເລີນງອກງາມ ແກ່ປະເທດຊາດທາງດ້ານວັດຖຸ ແລະ ຈິດໃຈ ທີ່ບັນພະບູລຸດຂອງຊາດໄດ້ສະສົມປະດິດສ້າງຂື້ນສະແດງເຖິງເຈດຈຳນົງຂອງເຂົາເຈົ້າ ແລະ ວິຖີຊີວິດຕິດພັນກັບວັດທະນະທີ່ມີການສຶບທອດຕະຫລອດມາ.
ຮີດ 12 ມີຄື:
· ເດືອນຈຽງມາ ໃຫ້ນິມົນພຣະສັງຄະເຈົ້າມາເຂົ້າປະຣິວາສສະກັມ.
· ເດືອນຍີ່ນັ້ນ ໃຫ້ນິມົນພຣະສົງມາສູດບຸນຄຸນເຂົ້າໃນລານ.
· ເດືອນ 3 ນັ້ນ ໃຫ້ເຮັດບຸນມາຄະບູຊາ ແລະ ບຸນເຂົ້າຈີ່.
· ເດືອນ 4 ນັ້ນ ໃຫ້ພາກັນຕັ້ງບຸນ ຟັງລຳມະຫາເວດ.
· ເດືອນ 5 ນັ້ນ ໃຫ້ພາກັນເຮັດບຸນສົງການສົງນ້ຳພຣະ ແລະ ຫົດສົງຄຸບາອາຈານ ພໍ່ແມ່ ເຖົ້າແກ່ ແລະ ຜູ້ມີບຸນຄຸນ
· ເດືອນ 6 ນັ້ນ ໃຫ້ເຮັດບຸນວິສາຂາ ແລະ ບຸນບັ້ງໄຟ.
· ເດືອນ 7 ນັ້ນ ໃຫ້ເຮັດບຸນຊຳລະຜີ ເພື່ອໃຫ້ບ້ານຢູ່ເຢັນເປັນສຸກ.
· ເດືອນ 8 ນັ້ນ ບຸນເຂົ້າພັນສາ ແລະ ຖວາຍຜ້າອາບນ້ຳຝົນປະຈຳແກ່ພຣະສົງສາມະເນນທີເຂົ້າພັນສາ.
· ເດືອນ 9 ນັ້ນ ເຮັດບຸນເຂົ້າປະດັບດິນ.
· ເດືອນ 10 ນັ້ນ ບຸນຫໍ່ເຂົ້າສລາກ.
· ເດືອນ 11 ນັ້ນ ບຸນອອກພັນສາ ແລະ ຊ່ວງເຮືອ.
· ເດືອນ 12 ນັ້ນ ເຮັດບຸນຖວາຍຜ້າກະຖິນ ແລະ ສລອງບຸນພະທາດຫຼວງ.
ຄອງ 14 ມີຄື:
· ເມື່ອໄດ້ເຄື່ອງປູກຂອງຝັງ ເກີດໝາກຝົນມາໃໝ່ໆ ໃຫ້ຖວາຍແກ່ພຣະສົງສັນກ່ອນ ຈິ່ງເປັນຄວາມວຸດທິຈະເລີນແກ່ຜົນລະປູກແລະໄຮ່ນາຮົ້ວສວນນັ້ນໆ.
· ຢ່າໂລບ, ຕາຊັ່ງ, ຕາຊິງ, ກິໂລ ແລະ ຕາເລງ ໃນການຄ້າຂ້າຍຈະເປັນບາບ.
· ໃຫ້ເຮັດຕາຕ້າຍ ແລະ ກຳແພງ ວັດວາສາສນາທັງ 4 ດ້ານ.
· ເມື່ອຂື້ນເຮືອນຕ້ອງລ້າງຕີນກ່ອນ.
· ເມື່ອເຖິງວັນສິນ 7-8-14 ແລະ 15 ໃຫ້ເຄົ້າລົບບູຊາແມ່ກ້ອນເສົ້າ ແມ່ຄີໄຟ ແລະ ແມ່ຂັ້ນໃດ.
· ກ່ອນຈະນອນຕ້ອງລ້າງຕີນກ່ອນ.
· ເມື່ອເຖິງວັນສິນ 8 ແລະ 15 ໃຫ້ເມຍເອົາດອກໄມ້ມາບູຊາສົມມາຜົວຕົນ.
· ເຖິງວັນສິນດັບ ແລະ ເພັງ ໃຫ້ນິມົນພຣະສົງມາເທສນາ ແລະຖວາຍທາງໃນເຮືອນ.
· ຖ້າວັນໃດເຮົາໄປໃສ່ບາດ ຢ່າໃຫ້ພຣະສົງມາລໍຖ້າເຮົາຕ້ອງໄປລໍຖ້າພຣະສົງ.
· ເມື່ອພຣະສົງເຂົ້າກັມນັ້ນ ໃຫ້ເອົາດອກໄມ້ທູບທຽນໄປຄາລະວະຂໍບຸນນຳເພີ່ນ.
· ເມື່ອເຫັນພຣະສົງສາມະເນນຢ່າງກາຍມາ ໃຫ້ນັ່ງລົງກ່ອນແລ້ວຍໍມືໃຫ້ວ ແລ້ວຈື່ງຍ່າງໄປ.
· ເວລາຍ່າງກາຍໄປຢ່າຢາບເງົາພຣະສົງສາມະເນນ ຍ້ານຈະເປັນບາບ.
· ຢ່າເອົາອາຫານເງື່ອນ ໄປຖວາຍແດ່ພຣະສົງ ແລະ ຢ່າຈົ່ງໄວ້ໃຫ້ຜົວຂອງຕົນກິນ.
· ຢ່າເສບກາມມະຄຸນ (ນອນນຳກັນກັບຜູ້ຊາຍ) ໃນວັນສິນ 7-8 -14-15 ຄ ວັນເກິດ, ວັນສົງການ, ວັນເຂົ້າ
ພັນສາ, ວັນຫໍ່ເຂົ້າປະດັບດິນ, ວັນຫໍ່ເຂົ້າສະລາກ, ແລະ ວັນ ອອກພັນສາ ອາຍຸຈະສັ້ນຕາຍໄວ.
ຮິດ ສິ່ງປະພຶດປະຕຶດບັດຕໍ່ກັນມາ.
ຄອງ ກົດທີ່ວາງໄວ້.
ຮິດຮອງ ສິ່ງປະພຶດປະຕິບັດຕັ້ງແຕ່ດົນນານມາ. ກົດແຕ່ບໍ່ແມ່ນກົດ.