ຕົ້ນກຳເນີດຂອງ ເມົາສ໌ ແຕ່ລະປະເພດ


I. ຕົ້ນກຳເນີດຂອງ ເມົາສ໌.
  1. ປະຫວັດຄວາມເປັນມາຂອງ ເມົາສ໌ລຸກກີ້ງ.
     ເມົາສ໌ ຖືກປະດິດສ້າງຂຶ້ນໃນປີ 1963 ໂດຍ ທ່ານ ດັກລັດສ ເອງເກລບາທ (Douglas Engelbart) ທີ່ສະຖາບັນວິໃຈສະແຕນຟອດຣ໌ (Stanford Research Institute) ຫຼັງຈາກກາານທົດລອງການໃຊ້ງານຢ່າງລະອຽດ (ເມົາສ໌ ເຄີຍມີອີກຊື່ໜຶ່ງວ່າ  ບັກ “ (bug) ແຕ່ພາຍຫຼັງໄດ້ຮັບຄວາມນິຍົມນ້ອຍກວ່າຄຳວ່າ  ເມົາສ໌ ” ) ມັນເປັນໜຶ່ງໃນການທົດລອງ ອຸປະກອນຊີ້ (Pointing Device) ສຳຫຼັບ Engelbart’s oN-Line System (NLS) ສ່ວນອຸປະກອນຊີ້ອື່ນໆອອກແບບມາເພຶ່ອການເຄື່ອນໄຫວໃນຮ່ງກາຍສ່ວນອຶ່ນໆ ເຊັ່ນ ອຸປະກອນທີ່ໃຊ້ຕິດກັບ ຄາງ ຫຼື ດັງ ແຕ່ໃນທ້າຍທີ່ສຸດແລ້ວເມົາສ໌ກໍ່ໄດ້ຮັບການຄັດເລືອກເພາະງ່າຍຕໍ່ການໃຊ້ງານ.ເມົາສ໌ ຕົວທຳອິດມີຂະໜາດໃຫຍ່ ແລະ ຕ້ອງໃຊ້ 2 ດ້ານວາງໃນລັກສະນະຕັ້ງສາກກັນ ການອ້ອມຂອງແຕ່ລະດ້ານຈະຖືກປ່ຽນໄປເປັນການເຄື່ອນທີ່ບົນແກນໃນມຸມ 2ມິຕິ ທ່ານເອງເກລບາທ ໄດ້ຮັບສິດທິບັດເລກທີ US3541541 ໃນວັນທີ່ 17 . 11 . ຄ ສ 1970 ຊື່ “ X-Y Position Indicator For A Display System “ (ຕົວລະບຸຕຳແໜ່ງ X-Y ສໍາຫຼັບລະບົບສະແດງຜົນ) ໃນຕອນນັ້ນ ທ່ານເອງເກລບາທ ຕັ້ງໃຈຈະພັດທະນາຈົນສາມາດໃຊ້ເມົາສ໌ໄດ້ດ້ວຍມືດຽວ.ເມົາສ໌ແບບຕໍ່ມາຖືກປະດິດໃນຊ່ວງຕົ້ນທົດສັດຕະວັດ ປິ 1970 ໂດຍ ທ່ານ ບິລ ອິງລິຊ (Bill English) ທີ່ສູນວິໃຈຂອງບໍລິສັດ ຊີຮອກສ໌ (Xerox PARC) ໂດຍແທນທີ່ລໍ້ໝູນ ດ້ວຍ ລູກບານຊື່ງສາມາດໝູນອ້ອມໄປໄດ້ທຸກທິດທາງ ການເຄື່ອນໄຫວຂອງລູກບານຈະຖືກຕວດຈັບໂດຍລໍ້ນ້ອຍໆ ພາຍໃນອີກດ້ານໜື່ງ ເມົາສ໌ ະນິດນີ້ຄ້າຍໆ ກັບ ແທ໊ກບອລ ແລະ ນິຍົມໃຊ້ກັບ ຄອມພິວເຕີສ່ວນບຸກຄົນ ຕະຫຼອດທົດສະຕະວັດທີ່ 1980 ແລະ 1990 ເຮັດໃຫ້ການໃຊ້ເມົາສ໌ ແລະ ຄີບອດ ໃນເວລາດຽວກັນສາມາດເປັນຈິງໄດ້.ເມົາສ໌ໃນປັດຈຸບັນໄດ້ຮັບຮູບແບບມາຈາກ Ecole polytechnique federale de Lausanne (EPFL) ພາຍໃຕ້ແຮງບັນດານໃຈຂອງ ສາດສະດາຈານ ຮ່ວມກັບວິສະວະກອນ ແລະ ຊ່າງໂມງ ຊື່ ຊຶ່ງການດຳເນີນງານຄັ້ງນີ້ເຮັດໃຫ້ເກີດບໍລິສັດ ໂລຈິເທດ (Logitech) ຜະລິດເມົາສ໌ທີ່ໄດ້ຮັບຄວາມນິຍົມເປັນຍີ່ຫໍ້ທຳອິດ.

ຮູບທີ່ 1 ເມົາສ໌ ຂອງ Douglas Engelbart ຊື່ງເປັນເມົາສ໌ຕົວທໍາອິດຂອງວົງການຄອມພິວເຕີເຮັດດ້ວຍໄມ້ ແລະ ລູກລໍ້ເຫຼັກສອງລໍ້ .
2. ປະຫວັດຄວາມເປັນມາຂອງ ເມົາສ໌ອອບຕິກຄໍ.
   ໃນຂະນະດຽວກັນກໍ່ໄດ້ມີການພັດທະນາເມົາສ໌ອີກຮູບແບບໜຶ່ງນັ້ນກໍ່ຄື ເມົາສ໌ອອບຕິກຄໍ (Optical mouse) ຊື່ງໃຊ້ຫຼັກການໃນການຕວດຈັບການເຄື່ອນໄຫວໂດຍໃຊ້ເຊນເຊີຮ໌ແສງທີ່ຢູ່ລຸ່ມເມົາສ໌ຮ່ວມກັບ ແອລອີດີ ເມົາສ໌ອອບຕິກຄໍ ໃນຍຸກທຳອິດ ປະດິດໂດຍ ທ່ານ ສະຕິບ ເຄິຮ໌ (Steve Kirsch) ທີ່ບໍລິສັດ Mouse Systems Corporation ຊຶ່ງສາມາດໃຊ້ໄດ້ເທິງ ເມົາສ໌ແພດ (Mouse pad) ທີ່ມີພື້ນຜິວເປັນໂລຫະສະເພາະເທົ່ານັ້ນ ແລະ ຕ້ອງໃຊ້ CPUຂອງເຄື່ອງຄອມພິວເຕີໃນການປະມວນຜົນຕຳແໜ່ງຂອງຕົວຊີ້ ແຕ່ເມື່ອຄອມພິວເຕີມີລາຄາຖຶກລົງ ເມົາສ໌ອອບຕິກຄໍຈື່ງໄດ້ຖືກໃສ່ຊິບສຳຫຼັບປະມວນຜົນ (ICP: Image processing chips) ເຂົ້າໄປຊຶ່ງເຮັດໃຫ້ສາມາດໃຊ້ໄດ້ບົນພື້ນຜິວຫຼາຍຊະນິດມາກຂຶ້ນ ໂດຍບໍ່ຈຳເປັນຕ້ອງໃຊ້ເມົາສ໌ແພດອີກຕໍ່ໄປ.ຫຼັກການຂອງເມົາສ໌ແບບທີ່ບໍ່ຕ້ອງໃຊ້ເມົາສ໌ແພດ ຄືການໃຊ້ເຊັນເຊີໃນການສຳຫຼວດຈັບການເຄື່ອນທີ່ຂອງພື້ນຜິວທີ່ເກີດຈາກການໃຊ້ແອລ ອີດີ ສ່ອງໄປທີ່ພື້ນຜິວ ແລະຈະຖືກສົ່ງຕໍ່ໄປທີ່ສ່ວນປະມວນຜົນພາບເພື່ຶອທີ່ຈະປ່ຽນແປງໄປເປັນການເຄື່ອນໄຫວເທິງແກນ X ແລະ Y ໂດຍຈະປະມວນຜົນເຖິງ 1512 ເຟມຕໍ່ວິນາທີຊື່ງໃນແຕ່ລະເຟມມີຂະໜາດ 18x18 ພິກເຊລ ແລະ ແຕ່ລະພິກເຊລມີລະດັບຄວາມເຂັ້ມທີ່ແຕກຕ່າງກັນໄດ້ເຖິງ 64 ເຊດ ເມົາສ໌ແບບນີ້ມັກຈະສັບສົນກັບເລເຊີເມົາສ໌(Laser mouse) ແລະ ກາຍເປັນມາດຕະຖານໃນປັດຈຸບັນເນື່່ອງຈາກຄວາມແມ່ນຍຳທີ່ມີມາກກວ່າເມົາສ໌ແບບລູກ ກິ້ງ . ປະລິມານຄວາມຕ້ອງການອອບຕິດຄໍເມົາສ໌ ສ່ວນໜຶ່ງມາຈາກນັກຫຼີ້ນເກມແນວ ຊື່ງຕ້ອງການຄວາມແມ່ນຍຳສູງໃນການເລັງໂດຍໃຊ້ເມົາສ໌.
ຮູບທີ່ 2 ເມົາສ໌ອອບຕິກຄໍ
3. ປຽບທຽບເມົາອອບຕິດຄໍ ກັບ ເມົາລູກກີ້ງ.
    ຜູ້ທີ່ສະໜັບສະໜູນ ເມົາສ໌ອອບສະຕິບຄໍ ອ້າງວ່າເມົາສ໌ຊະນິດນີ້ເຮັດວຽກໄດ້ດີກວ່າເມົາສ໌ ລູກກີ້ງ ບໍ່ຕ້ອງບຳລຸງຮັກສາ ແລະ ມີອາຍຸການໃຊ້ງານທີ່ຍາວນານກວ່າເກົ່າ ເນື່ອງຈາກບໍ່ມີຊິ້ນສ່ວນທີ່ເຄື່ຶອນໄຫວ ສ່ວນທາງດ້ານຜູ້ສະໜັບສະໜູນເມົາສ໌ ລູກກີ້ງ ເວົ້າວ່າເມົາສ໌ອອບຕິບຄໍ ບໍ່ສາມາດໃຊ້ເທິງວັດສະດຸໂປ່ງແສງ ລວມເຖິງເມົາສ໌ອອບຕິບຄໍ ທີ່ມີປະສິດທິພາບຕ່ຳຈະມີບັນຫາໃນການເຄື່ອນເມົາສ໌ໄວໆ ແລະ ການສ້ອມແປງບຳລຸງຮັກສາເມົາສ໌ລູກກີ້ງນັ້ນງ່າຍກວ່າເມົາສ໌ອອບຕິບຄໍ ມີແຕ່ເຮັດຄວາມສະອາດ ກໍ່ສາມາດໃຊ້ໄດ້ (ແຕ່ເຖິງຢ່າງໃດກໍ່ຕາມ ເມົາສ໌ອອບຕິບຄໍນັ້ນບໍ່ຈຳເປັນຕ້ອງບຳລຸງຮັກສາເລີຍ) ຈຸດທີ່ດີທີ່ສຸດຂອງເມົາສ໌ລູກກີ້ງກໍ່ຄືເປັນເມົາສ໌ທີ່ໃຊ້ພະລັງງານທີ່ຕ່ຳກວ່າເມື່ອເປັນເມົາໄລ້ສາຍ ໂດຍທີ່ໃຊ້ກະແສ ໄຟຟ້າປະມານ 5 mA ຫຼື ນ້ອຍກວ່ານັ້ນ ໃນຂະນະທີ່ເມົາສ໌ອອບຕິບຄໍຈະກິນໄຟເຖິງ 25 mAໂດຍທີ່ເມົາສ໌ໄລ້ສາຍລຸ້ນເກົ່າໆ ຈະກິນໄຟຫຼາຍຂຶ້ນໄປອີກ ຊື່ງເປັນຜົນເຮັັດໃຫ້ຕ້ອງປ່ຽນແບັດເຕີລີ່ ຕະຫຼອດ ບໍ່ເໝາະສົມກັບການໃຊ້ງານຢ່າງຕໍ່ເນື້ອງດົນໆ ເມົາສ໌ລູກກີ້ງໃຊ້ແສງໃນການຕວດຈັບການເຄື່ອນໄຫວຂອງລູກກີ້ງ ໃນຂະນະທີ່ ເມົາສ໌ອອບຕິບຄໍຕວດຈັບການເຄື່ອນທີ່ຂອງພື້ນຜິວຮຽບ.
4. ປະຫວັດຄວາມເປັນມາຂອງ ເມົາສ໌ເລເຊີຮ໌.
    ໃນປີ 2004 Logitech ຮ່ວມກັບ Agilent Techologies ໄດ້ນຳເມົາສ໌ເລເຊີຮ໌ເຂົ້າສູ້ຕະຫຼາດ ເມົາສ໌ຊະນິດນີ້ໃຊ້ແສງເລເຊີຮ໌ແທນແອດອີດີແບບເກົ່າ ເທັກໂນໂລຍີແບບໃໝ່ຊື່ງສາມາດເພີ່ມລາຍລະອຽດຂອງພາບທີ່ຖືກປະມວນຜົນໃນເມົາສ໌ໄດ້ອິກເຖິງ 20 ເທົ່າ.
ຮູບທີ່ 3 ເມົາສ໌ ເລເຊີຮ໌
5. ປະຫວັດຄວາມເປັນມາຂອງ ເມົາສ໌ ເທັກທີລີ.
   ໃນປີ 2000 Logitech ໄດ້ເປີດຕົວ tactile mouse ຊື່ງມີຊິ້ນສ່ວນນ້ອຍໆ ທີ່ເຮັດໃຫ້ເມົາສ໌ສັ່ນໄດ້ ທີ່ເຮັດໃຫ້ເມົາສ໌ສັ່ນໄດ້ຊື່ງເປັນການເພີ່ມສ່ວນຕິດຕໍ່ກັບຜູ້ໃຊ້ທີ່ກ່ຽວຂ້ອງກັບການສຳພັນ ເຊັ່ນ ການສັ່ນເມື່ອເຄີຮ໌ເຊີຮ໌ຢູ່ທີ່ຂອບ window ມີເມົາອີກຊະນິດໜຶ່ງສາມາດຈັບໄວ້ໃນມື ໂດຍບໍ່ຕ້ອງວາງເທິງພື້ນຜິວ ໂດຍສາມາດຈັບການເຄື່ອນໄຫວໄດ້ເຖິງ 6ມີຕີ (3ມິຕິ + ການໝູນຂອງ 3 ແກນ= 6ມີຕີ)ຊື່ງມີກຸ່ມເປົ່າໝາຍສຳຫຼັບການສະເໜີທາງທຸລະກິດ ເມື່ອມີການໂຄສະນາແບບໃດກໍ່ຕາມ ເມົາສ໌ຊະນິດນີ້ກໍ່ບໍ່ໄດ້ຮັບຄວາມນິຍົມໃນວົງກວ້າງ.


ຮູບທີ່4 Tactile Mouse Version 1 (left) and Version 2 (right).
6. ປະຫວັດຄວາມເປັນມາຂອງ ເມົາສ໌ ເທັກທີລີ.
   ໃນປີ ຄ ສ 1970 ບໍລິສັດ Xerox PARC ໄດ້ອອກເມົາຮຸ່ນ Xerox Star ແຕ່ຕໍ່ມາບໍລິສັດApple ໄດ້ ອອກ Apple lisa ອອກມາແຂ່ງ ແຕ່ເຖິງຢ່າງນັ້ນເມົາສ໌ທັງ2 ບໍລິສັດກັບບໍ່ປະສົບຜົນສຳເລັດທາງທຸລະກິດ ຈົນເຖິງການເປີດຕົວຂອງ Apple Macintosh . ໃນປິ 1984ເຮັດໃຫ້ເມົາສ໌ໄດ້ໃຊ້ໃນວົງກວາ້ງມາກຍິ່ງຂຶ້ນ ການເປີດຕົວຂອງ Apple Macintosh ມີອິດທິພົນຫຼາຍ ເນື່ອງຈາກຄວາມສຳເລັດຂອງເຄື່ອງ Apple Macintosh ເຮັດໃຫ້ຜູ້ຜະລິດຫຼາຍລາຍເລີ່ມຈະຜະລິດເມົາສ໌ກັນຫຼາຍຂຶ້ນກວ່າເກົ່າ ແລະ ເມຶ່ອລະບົບ graphical user interfaces ( GUI) ເຂົ້າມາໃນທົດສັດຕະວັດທີ 1980 ແລະ 1990 ເຮັດໃຫ້ເມົາສ໌ເປັນອຸປະກອນທີ່ຂາດບໍ່ໄດ້ເມຶ່ອຈະໃຊ້ຄອມພິວເຕີ ໃນປີ 2000 Dataquest ( ໜ່ວຍງານທາງດ້ານສະຖິຕິແຫ່ງໜຶ່ງຂອງສະຫະລັດອາເມລິກາ) ມີການຄາດຂະເນວ່າ ເມົາສ໌ໄດ້ຖືກຂາຍໄປແລ້ວທົ່ວໂລກຮວມມູນຄ່າທັງໝົດ ປະມານ $1,5ພັນລ້ານ.


USB ແມ່ນຫຍັງ?


  USB ຫຍໍ້ມາຈາກ.Universal Serial Bus ..ເປັນພອດຫລືຊ່ອງທາງໃນການສື່ສານລະຫວ່າງຄອມພິວເຕີ້ກັບອຸປະກອນອຶ່ນໆ..ບໍ່ວ່າຈະເປັນ.Printer,Modem,Mouse,Keyboard, Digital camera…ແລະອຶ່ນໆ.ອີກຫລາຍຢ່າງຖືວ່າເປັນພອດ.(poty)ທີ່ສຳຄັນແລະນິຍົມກັນໃຊ້ຫລາຍໃນປັດຈຸບັນ..USB..ເລີ່ມຕົ້ນມີການໃຊ້ງານມີລຸ້ນ..USB 1.1 ຕໍ່ມາມີການພັດທະນາໃຫ້ມີຄວາມໄວສູງໂດຍປ່ຽນເປັນເວີຊັນ..USB 2.0 ໂດຍມີລາຍລະອຽດດັ່ງລຸ່ມນີ້:
  • USB ເວີຊັນ. 1.1 ມີຄວາມໄວໃນການຮັບສົ່ງຂໍ້ມູນ..12 Mbits ຕໍ່ວິນາທີ
  • USB ເວີຊັນ.2.0 ມີຄວາມໄວໃນການຮັບສົ່ງຂໍ້ມູນ 480 Mbits ຕໍ່ວິນາທີ

ຂໍ້ຄວນລະມັດລະວັງໃນການເລືອກຊື້ USB 2.0 Full speed and USB 2.0 Hi speed
  • USB Version 2.0 full speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.12 Mbits ຕໍ່ວິນາທີ
  • USB version 2.0 Hi speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.480 Mbits ຕໍ່ວິນາທີ

ການໃຊ້ງານ..USB Port. USB ເປັນພອດທີ່ມີການໃຊ້ກະແສໄປດ້ວຍ. ດັ່ງນັ້ນຫລັງຈາກການໃຊ້ງານຫລືອດUSBອອກຈາກເຄື່ອງຄອມຄອມເຮົາຈຳເປັນຈະຕ້ອງມີການຮຽກໃຊ້“Safely Remove Hardware” ຫລື “Unplug or Eject Hardware” ເສຍກ່ອນໂດຍມີຂັ້ນຕອນສັ້ນໆດັ່ງນີ້: ດັບເບີ້ນຄຣິກເລືອກທີ່ຮູບລູກສອນສີຂຽວທີ່ບໍລິເວນ..TASKBAR ຫລື.ຄຣິກຂວາແລ້ວເລືອກSafely Remove Hardware ຫລື Unplug or Eject Hardware (ແລ້ວແຕ່ Windows ແຕ່ລະເວີຊັນ)ເລືອກອຸປະກອນທີ່ຕ້ອງການຍົກເລີກຈາກນັ້ນໃຫ້ຄຣິກປຸ່ມ.Stop..ແລ້ວກໍ່ສາມາດຖອດອຸປະກອນທີ່ເຊື່ອມຕໍ່ກັບຄອມພິວເຕີ້ໄດ້.

ປະຫວັດຄວາມເປັນມາຂອງ Keyboard


1. ປະຫວັດຄວາມເປັນມາຂອງຄີບອດ
      ຖ້າຫາກເວົ້າເຖິງແປ້ນພິມ ຫຼື ຄີບອດ ທຸກມື້ນີ້ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະມັນເປັນອຸປະກອນພື້ນຖານທີ່ຕິດມາກັບຄອມພິວເຕີທຸກເຄື່ອງເລີຍກໍວ່າໄດ້ ແລະ ແນ່ນອນວ່າທຸກຄົນຄົງຄຸ້ນເຄີຍກັບອຸປະກອນເຄື່ອງນີ້ຈົນອາດເບິ່ງຜ່ານໄປດ້ວຍຊໍ້າ ມື້ນີ້ພວກເຮົາຈິ່ງຈໍມາເລົ່າສູ່ກັນຟັງກ່ຽວກັບຄວາມໝາຍປະຫວັດຄວາມເປັນມາຂອງແປ້ນພິມ ຫຼື ຄີບອດ ແລະ ລຸ້ນຕ່າງໆຂອງແປ້ນພິມນີ້.    
2. ການໃຊ້ງານຂອງປຸ່ມຕ່າງໆ
      1. ປຸ່ມ Esc : ຫາກເວົ້າເຖິງປຸ່ມEsc ທີ່ມູມຊ້າຍເທິງສຸດຂອງຄີບອດຫຼາຍໆຄົນອາດຈະຄິດວ່າມັນຄົງຈະບໍ່ສຳຄັນ ເພາະດົນໆຈິ່ງຈະໄດ້ໃຊ້ງານມັນຖ້າລອງຄິດເບິງແລ້ວເມື່ອໃດທີ່ຂາດມັນໄປແລ້ວອັນໃດໆກໍ່ຈະຍາກຂື້ນ ເພາະມັນຄືປຸ່ມຊ່ວຍສະຖານະການທີ່ຊ່ວຍພາເຮົາໃຫ້ໜີ້ຈາກໜ້າຕ່າງ ຫຼື ກ່ອງຂໍ້ຄວາມເຕືອນໃດໆ ທີ່ເຮົາບໍ່ຕ້ອງການ, ແຕ່ເຮົາຮູ້ບໍ່ວ່າຈຸດເລີ່ມຕົ້ນປຸ່ມEsc ບໍ່ໄດ້ໃຊ້ເພື່ອການຍົກເລີກການເຮັດວຽກ.
      ປຸ່ມEscຫຼືEscapKeyຖຶກຄິດຄົ້ນເມື່ອ 50 ປີກ່ອນ ໂດຍທ່ານ ບ໋ອບເບເມີຣ໌ ໂປຼແກຣມເມີຣ໌ ຈາກບໍລິສັດ IBM ຜູ້ຜະລິດຄອມພິວເຕີລາຍໃຫ່ຍຂອງໂລກເຊິ່ງຈຸດປະສົງຂອງການສ້າງປຸ່ມEsc ຂື້ນມາໃນຕອນນັ້ນຄືໃຊ້ເພື່ອການສະຫຼັບປ່ຽນຮູບແບບຂອງລະຫັດຄຳສັ່ງເທິງຄອມພິວເຕີ ເນື່ອງຈາກໃນຊ່ວງຕົ້ນໆນັ້ນລະຫັດທີໃຊ້ສຳລັບ ສັ່ງການລະບົບຂອງຄອມພິວເຕີມີຮູບແບບທີ່ແຕກຕ່າງກັນ ຈົນເຖິງເມື່ອພາສາຄອມພິວເຕີທຸກປັບໃຫ້ເປັນມາດຕະຖານດຽວກັນ ປຸ່ມ Esc ກໍ່ໄດ້ກາຍເປັນປຸ່ມສໍາລັບຍົກເລີກການເຮັດວຽກຕ່າງໆເທິງຄອມພິວເຕີນັບຕັ້ງແຕ່ນັ້ນມາ ແລະນັບຕັັ້ງແຕ່ຄອມພິວເຕີໄດ້ກາຍເປັນປັດໄຈທີ່ 5 ທີ່ຈຳເປັນສຳລັບຊີວິດ ຄົນສ່ວນຫຼາຍໃນໂລກປຸ່ມ Esc ກໍ່ຍັງຄົງປະກົດຢູ່ເທິງແປ້ນພິມເຖິງທຸກວັນນີ້ໂດຍຜູ້ໃຊ້ເຄື່ອງຄອມພິວເຕີທັງຫລາຍມັກຈະກົດປຸ່ມນີ້ທຸກຄັ້ງ ເມື່ອມີໜ້າຕ່າງແຈ້ງເຕືອນໃດໆປະກົດຂື້ນມາເທິງໜ້າຈໍ ແລະ ພວກເຂົາບໍ່ຕ້ອງການຈະເຫັນມັນອິກ ຫຼື ງ່າຍໆກໍ່ຄືປຸ່ມ Escນັ້ນໃຫ້ບໍ່ຍົກເລີກ,ອອກ,ບໍ່ສົນໃຈຫຼືປິດ.
      ນອກຈາກນີ້ບໍ່ພຽງແຕ່ການປິດໜ້າຕ່າງຂໍ້ຄວາມເຕືອນເທົ່ານັ້ນແຕ່ປຸ່ມ Esc ຍັງຊ່ວຍຜູ້ໃຊ້ໄດ້ໃນກໍລະນີ ທີ່ຜູ້ໃຊ້ກຳລັງເບິງໜັງ ຫຼື ຫຼີ້ນເກມໄດ້ອີກດ້ວຍ ໂດຍມັນຈະເຮັດໃຫ້ຜູ້ໃຊ້ສາມາດກັບສູ່ໜ້າທຳອິດຂອງເກມ ຢຸດເກມຊົ່ວຄາວ ຫຼື ອອກສຸ່ໜ້າທຳອິດຂອງຄອມພິວເຕີໄດ້ຢ່າງທັນທີເອື້ນວ່າຊ່ວຍກູ້ສະຖານະການໄດ້ດີ ໂດຍກສະເພາະໃນກໍລະນີທີ່ເກມກຳລັງດຳເນີນໄປ ແລະ ຢາກຈະສີ້ນສຸດປຸ່ມນີ້ຊ່ວຍໄດ້ຫຼາຍ ເຊິງປະໂຫຍດຂອງປຸ່ມEsc ບ່ອນນີ້ ນັກຫຼື້ນເກມຮູ້ດີ.ແປ້ນພິມ (Keyboard) ແມ່ນຫຍັງ.
      ແປ້ນພິມ ຫລື ຄີບອດ (ຫລື ແປ້ນພິມອັກສອນ) ເປັນອຸປະກອນນຳເຂົ້າຂໍ້ມູນພື້ນຖານທີ່ຄອມພິວເຕີທຸກເຄື່ອງຈຳເປັນຕ້ອງມີການເຮັດຫນ້າທີ່ເຊື່ອມຄວາມສຳພັນລະຫວ່າງມະນຸດກັບຄອມພິວເຕີ ໂດຍການສົ່ງຂໍ້ມູນເຂົ້າສູ່ລະບົບປະມວນຜົນຂອງຄອມພິວເຕີ ມີລັກສະນະເປັນຮູບສີ່ຫລ່ຽມຜືນຜ້າ ມີແປ້ນຕ່າງໆ ປະມານຮ້ອຍແປ້ນ ໃນແປ້ນພິມຈະມີແຜນວົງຈອນອິເລັກໂຕນິກ ມີລັກສະນະເປັນແຜ່ນບາງໆ ຖືກຄວມຄູມດ້ວຍຕົວນຳໄຟຟ້າ ເມື່ອມັນກະທົບກັນຈະເກີດສັນຍານໄຟຟ້າ ຊຶ່ງໃນແຕ່ລະແປ້ນນັ້ນຈະແຕກຕ່າງກັນ ສັນຍານນີ້ຈະຖືກນຳໄປທຽບກັບລະຫັດສະແກນ(Scan Code) ເພື່ອກວດສອບວ່າ ເຮົາປ້ອນຂໍ້ມູນຫຍັງລົງໄປ.    
1.1 ຮູບແບບ (layout) ຂອງແປ້ນພິມມີຫຍັງແດ່
      ໃນຍຸກທຳອິດ ຂອງການເກີດແປ້ນພິມຄີບອດນີ້ມີຮູບແບບການຈັດວາງຕົວອັກສອນຫລາຍຮູບແບບ ຊຶ່ງໄດ້ຮັບອິດທິພົນມາຈາກພິມດີດ ໂດຍເມື່ອເວົ້າເຖິງຮູບແບບການຈັດວາງຕົວອັກສອນເທິງພິມດີດນັ້ນ ມາດຕະຖານທີ່ໃຊ້ກັນໃນຍຸກທຳອິດ ຄືແປ້ນພິມດີດແບບ Dvorak ຊຶ່ງສາມາດພິມໄດ້ໄວ ແຕ່ເນື່ອງຈາກການພິມດີດໄວເກີນໄປນັ້ນ ເຮັດໃຫ້ເກີດບັນຫາການຂັດກັນຂອງການພິມດັ່ງນັ້ນຈຶ່ງໄດ້ມີການຄິດມາດຕະຖານໃໝ່ຂຶ້ນມາ ຊຶ່ງກໍຄື ແປ້ນພິມແບບ QWERTY (ຄິວເວີລ໌ຕີ້) ໂດຍມີຈຸດປະສົງເພື່ອບໍ່ໃຫ້ສາມາດພິມໄດ້ໄວເກີນໄປຈົນການພິມຕິດຂັດ ແລະຮູບແບບນີ້ກໍເປັນທີ່ນິຍົມໃນເວລາຕໍ່ມາ ແລະໃນປະຈຸບັນ ເຖິງວ່າແປ້ນພິມເທິງຄອມພິວເຕີຈະບໍ່ເກີດບັນຫາການພິມຕິດແລ້ວ ແຕ່ແປ້ນພິມແບບ QWERTY ກໍຍັງໄດ້ຮັບຄວາມນິຍົມ ແຕ່ບາງກຸ່ມໃນອະເມລິກາກໍຍັງໃຊ້ແບບ Dvorak ຢູ່ ໂດຍໃຫ້ເຫດຜົນວ່າເຮັດໃຫ້ພິມໄດ້ໄວຂຶ້ນ.    
1.2 ຮູບແບບ (layout) ຂອງແປ້ນພິມຂອງໄທ
      ສຳລັບຮູບແບບການຈັດວາງຂອງແປ້ນພິມພາສາໄທນັ້ນ ມີຢູ່ນຳກັນ 2 ແບບ ຄື:
  • ແປ້ນພິມເກບມະນີ ຊຶ່ງຖືກຄິດຄົ້ນໂດຍເຈົ້າສຸວັນນະປະເສີດ ເກບມະນີ ອອກແບບມາເພື່ອໃຊ້ກັບພິມດີດເປັນແປ້ນພິມລຸ້ນທຳອິດທີ່ຖືກໃຊ້ຈຶ່ງຖືກເອີນວ່າ"ແບບມາດຕະຖານ"ທຸກມື້ນີ້ກໍຍັງໄດ້ຮັບຄວາມນິຍົມ.
  • ແປ້ນພິມປັດຕະໂຊຕິ ອອກແບບໂດຍທ່ານ ເສຖະດີ ປັດຕະໂຊຕິ ເປັນແປ້ນພິມແບບໃໝ່ທີ່ອອກມາທີ່ຫລັງເກບມະນີ ແຕ່ໄດ້ຮັບຄວາມນິຍົມບໍ່ເທົ່າແປ້ນພິມແບບເກບມະນີ . 
2. Keyboard ຄີບອດແມ່ນຫຍັງ
      Keyboard ເປັນອຸປະກອນຫລັກທີ່ໃຊ້ໃນການນຳຂໍ້ມູນລົງໃນເຄື່ອງຄອມພິວເຕີ ມີລັກສະນະເປັນປຸ່ມຕົວອັກສອນເໝືອນປຸ່ມເຄື່ອງພິມດີດ ເປັນອຸປະກອນຮັບເຂົ້າພື້ນຖານທີ່ຕ້ອງມີໃນຄອມພິວເຕີທຸກເຄື່ອງ ຈະຮັບຂໍ້ມູນຈາກການກົດແປ້ນແລ້ວກໍ່ການປ່ຽນ ເປັນລະຫັດເພື່ອສົ່ງຕໍ່ໄປໃຫ້ກັບຄອມພິວເຕີ ແປ້ນພິມທີ່ໃຊ້ໃນການປ້ອນຂໍ້ມູນຈະມີຈຳນວນຕັ້ງແຕ່ 50 ແປ້ນຂຶ້ນໄປແປ້ນພີມອັກສອນສ່ວນໃຫຍ່ມີແປ້ນຕົວເລກແຍກໄວ້ຕ່າງຫາກ ເພື່ອເຮັດໃຫ້ການປ້ອນຂໍ້ມູນຕົວເລກເຮັດໄດ້ງ່າຍແລະສະດວກຂຶ້ນ ການວາງຕຳແໜ່ງແປ້ນອັກສອນ ຈະເປັນໄປຕາມມາດຕະຖານຂອງລະບົບພິມສຳຜັດຂອງເຄື່ອງພິມດີດ ທີ່ມີການໃຊ້ແປ້ນສິບ (shift) ເພື່ອເຮັດໃຫ້ສາມາດໃຊ້ພິມໄດ້ທັງຕົວອັກສອນ ຕົວພິມໃຫຍ່ແລະຕົວພິມນ້ອຍ ຊຶ່ງລະບົບຮັບລະຫັດຕົວອັກສອນທີ່ໃຊ້ໃນທາງຄອມພິວເຕີສ່ວນໃຫຍ່ຈະເປັນລະຫັດ 7 ຫລື 8 ບິດ ກ່າວຄື ເມື່ອມີການກົດແປ້ນພີມ,ແປ້ນພີມແປ້ນອັກສອນສົ່ງລະຫັດຂະໜາດ 7 ຫລື 8 ບິດ ນີ້ເຂົ້າໄປໃນລະບົບຄອມພິວເຕີ.
      ແປ້ນພິມອັກສອນສຳລັບເຄື່ອງໄມໂຄຄອມພິວເຕີຕະກູນໄອບີເອັມທີ່ຜະລິດອອກມາລຸ້ນ ທຳອິດ ຕັ້ງແຕ່ ພ. ສ. 2524 ຈະເປັນແປ້ນລວມທັງໝົດ 83 ແປ້ນ ຊຶ່ງຮຽກວ່າແປ້ນພິມອັກສອນPCXT ຕໍ່ມາໃນປີ ພ. ສ. 2527 ບໍລິສັດໄອບີເອັມໄດ້ປັບປຸງແປ້ນພີມອັກສອນກຳນົດສັນຍານທາງໄຟຟ້າຂອງແປ້ນຂຶ້ນໃໝ່ ຈັດຕຳແໜ່ງແລະຂະໜາດແປ້ນໃຫ້ເໝາະສົມດີຍິ່ງຂຶ້ນ ໂດຍມີຈຳນວນແປ້ນລວມ 84 ແປ້ນເອີ້ນວ່າແປ້ນພິມອັກສອນພີຊີເອທີ ແລະໃນເວລາຕໍ່ມາກໍໄດ້ປັບປຸງແປ້ນພິມອັກສອນຂຶ້ນພ້ອມໆ ກັບການອອກເຄື່ອງລຸ້ນ PS/2 ໂດຍໃຊ້ສັນຍານທາງໄຟຟ້າ ເຊັ່ນດຽວກັບແປ້ນພິມອັກສອນລຸ້ນເອທີເດີມ ແລະເພີ່ມຈຳນວນແປ້ນອີກ 17 ແປ້ນ ລວມເປັນ 101 ແປ້ນ
       ປະເພດຂອງ Keyboard ເບິ່ງໄດ້ຈາກຈຳນວນປຸ່ມ ແລະຮູບແບບການໃຊ້ງານ Key board ທີ່ມີຢູ່ປະຈຸບັນຈະມີຢູ່ 5 ແບບ.     
3. Desktop Keyboard with hot keys
      ເປັນ Keyboard ທີ່ມີຈຳນວນຄີຫລາຍກວ່າ 101 ຄີ ຂຶ້ນໄປແລ້ວແຕ່ວັດຖຸປະສົງໃຊ້ງານ ຊຶ່ງຈະມີປຸ່ມພິເສດ ສຳລັບລະບົບປະຕິບັດການ Windows ຕັ້ງແຕ່ເວີຊັ່ນ 95 ເປັນຕົ້ນໄປ.     
4. Wireless Keyboard ຄີບອດບໍ່ມີສາຍແມ່ນຫຍັງ
      Keyboard ບໍ່ມີສາຍເປັນ Keyboard ທີ່ເຮັດວຽກໂດຍບໍ່ຕ້ອງຕໍ່ສາຍເຂົ້າກັບຕົວເຄື່ອງຄອມພິວເຕີແຕ່ຈະມີປະກອນ ທີ່ຮັບສັນຍານຈາກຕົວ Keyboard ອີກເທື່ອໜຶ່ງ ການເຮັດວຽກງານຈະໃຊ້ຄວາມຖີ່ວິທະຍຸໃນການສື່ສານ ຊຶ່ງຄວາມຖີ່ທີ່ໃຊ້ຈະຢູ່ທີ່ 27 MHz ອຸປະກອນຊະນິດ ນີ້ມັກຈະມາຄູ່ກັບອຸປະກອນ Mouse ດ້ວຍ.     
5. Security Keyboard
      ຮູບຮ່າງແລະຮູບແບບການເຮັດວຽກງານຈະຄ້າຍຄືກັນກັບ Keyboard ແບບ Desktop ແຕ່ຈະມີຊ່ອງສຳລັບສຽບ SmartvCard ເພື່ອປ້ອງກັນການໃຊ້ງານຈາກຜູ້ທີ່ບໍ່ໄດ້ເປັນເຈົ້າຂອງKeyboard ຊະນິດນີ້ເໝາະກັບການໃຊ້ງານທີ່ອງການ ປອດໄພສູງ ຫລືໃຊ້ຄວບຄຸມເຄື່ອງ Server ທີ່ຍອມໃຫ້ສະເພາະ Admin ເທົ່ານັ້ນເປັນຄົນປ່ຽນແປງຂໍ້ມູນ.    
6.Notebook Keyboard
      ເປັນ Keyboard ທີ່ຖືກອອກແບບມາໃຫ້ມີຂະໜາດບາງເບົາ ຂະໜາດຄວາມກວ້າງ ແລະຍາວຈະຂຶ້ນຢູ່ກັບເຄື່ອງ Notebook ທີ່ໃຊ້ປຸ່ມເທິງແປ້ນພິມຈະຢູ່ຕິດກັນແລະບາງຫລາຍ ຄີພິເສດຕ່າງຈະຖືກຫຼຸດ ແລະເພີ່ມສະເພາະປຸ່ມທີ່ຈຳ ເປັນໃນການ Present ງານ ຫລື ການພັກຜ່ອນເຄື່ອງເພື່ອປະຫຍັດພະລັງງານ.    
7. ຄີບອດໃໝ່ອານາຄົດ
      ປະຈຸບັນ ຄີບອດ ມີການພັດທະນາໄປຕາມຍຸກສະໄໝ ໂດຍສະເພາະຍຸກໂລກຂາດພົມແດນ ດ້ວຍເທກໂນໂລຍີອິນເຕີເນັດ ບໍລິສັດຜູ້ຜະລິດຫລາຍບໍລິສັດ ໄດ້ກໍ່ການຜະລິດຄີບອດ ທີ່ມີປຸ່ມຟັງກ໌ຊັນສຳລັບກວດສອບອີເມລ໌ ແລະການເຂົ້າສູ່ອິນເຕີເນັດ ຕະຫລອດຈົນຄວບຄຸມລະບົບມັນຕິມີເດຍຕ່າງໆ ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ ດັ່ງເຊັ່ນຮູບທີ່ປາກົດປະຈຸບັນ ຄວາມຕ້ອງການຄີບອດທີ່ສະດວກຕໍ່ການໄປມາ ເຮັດໃຫ້ເກີດນະວັດກຳໃໝ່ ຄືຄີບອດແບບພັບໄດ້ ຊຶ່ງເຮັດໄດ້ສຳຜັດຕິກທີ່ມີການໃສ່ວົງຈົນພາຍໃນ ທີ່ສາມາດພັບມ້ວນໄດ້ສະດວກ.
      ເມື່ອເວົ້າເຖິງຄີບອດອື່ນໆ ທີ່ໃນລະບົບຄອມພິວເຕີມາ ຫລາກຫລາຍຮູບແບບແລ້ວ ຄາດວ່າອີກບໍ່ດົນນີ້ຈະມີຄີບອດທີ່ນຳອອກສູ່ຕະຫລາດໃນເຊີງທຸລະກິດ ທີ່ຜະລິດໃນ ກຸງໂຊນ ປະເທດເກົາຫລີໃຕ້ ໂດຍ AVING ມີຊື່ລຸ້ນວ່າ CL850 ໂດຍການນຳສະເໜີວ່າ ຄີບອດລຸ້ນນີ້ຈະເປັນອຸປະກອນອິນພຸດທີ່ໄດ້ຮັບການຍອມຮັບ ຈາກບໍລິສັດທີ່ເຮັດອຸປະກອນໂມດູນດ້ານເຊັນຕ໌ເຊີລ໌ຊຶ່ງພັດທະນາຈາກລຸ້ນ CL800BT ວ່າມີຄຸນນະພາບໃນດ້ານຕຳແໜ່ງແລະການເຄື່ອນໄຫວຂອງນິ້ວມື ແລະ ການສົ່ງສັນຍານມີການຈົດຈຳຄ່າຂອງອິນພຸດແຕ່ລະອັນໄດ້ໂດຍອຸປະກອນເຊນຕ໌ເຊີລ໌ທີ່ສົ່ງມາຍັງຜູ້ໃຊ້ທີ່ຄອຍຖ້າກວດຈັບສັນຍານ ໂດຍມີການຕໍ່ສັນຍານເຂົ້າກັບລະບົບ Bluetooth ແລະ USB ໂດຍເຈົ້າສາມາດເຊື່ອມຕໍ່ຄີບອດ [ເສມືອນ] ໜີ້ເຂົ້າກັຄອມພິວເຕີແບບຕັ້ງໂຕະ, ໂທສັບມືຖືຫລືອຸປະກອນເຄື່ອນທີ່ບໍ່ມີສາຍອື່ນໆ ເຊັ່ນ martPhones, PDAs ຕະຫລອດຈົນໃຫ້ກັບອຸປະກອນ PMP ແຕ່ກໍຕ້ອງມາຄຳນຶງໃນເລື່ອງຂອງລາຄາດ້ວຍ ເພາະລາຄາທີ່ເກົາຫລີບລະມານ 100,000


5 ນະວັດຕະກຳທີ່ປ່ຽນໂລກເຮົາ


ຖ້າເວົ້າເຖິງສິ່ງປະດິດຕ່າງໆເທິງໂລກນີ້ຄືຈະມີຫຼາຍຈົນເວົ້າບໍ່ໝົດແຕ່ຖ້າເຮົາລອງເບີ່ງສະເພາະສິ່ງທີ່ສ້າງຄວາມປ່ຽນແປງໃຫ້ເກີດຂື້ນກັບໂລກໄດ້ ຄົງຈະເຫຼືອໜ້ອຍລົງ ແລ້ວມີຫຍັງແດ່ທີ່ເຮັດໃຫ້ເກີດຄວາມປ່ຽນແປງເກີດຂື້ນໄດ້ແທ້ໆ ມື້ນີ້ເຮົາຈະມາຂັດໃຫ້ເບີ່ງກັບ  5 ນະ ວັດຕະກຳປ່ຽນໂລກລອງມາເບີ່ງວ່າມີຫຍັງແດ່
1. Internet
   ທີ່ສຸດແຫ່ງນະວັດຕະກຳທີ່ປ່ຽນໂລກທີ່ແທ້ຈິງເຊື່ອມຄົນທີ່ຢູ່ຄົນລະຊີກໂລກໃຫ້ຢູ່ໃກ້ກັນໄດ້ພາຍໃນບໍ່ເທົ່າໃດນາທີນະວັດຕະ ກຳທີ່ກາຍເປັນສ່ວນໜື່ງ ໃນຊີວິດຂອງຄົນເມືອງ


2. Computer
    ນະວັດຕະກຳທີ່ໃຫຍ່ທີ່ສຸດອີກໜື່ງຢ່າງທີ່ປ່ຽນໂລກນີ້ໃຫ້ທຸກຢ່າງງ່າຍຂື້ນຄົງບໍ່ມີໃຜປະຕິເສດເຖິງຄວາມສະດວກສະບາຍທີ່ໄດ້ ຮັບຈາກມັນ ແລະ ຄົງບໍ່ມີໃຜທີ່ບໍ່ຮູ້ຈັກສິ່ງນີ້ ເຄື່ອງຄອມພິວເຕີ


3. Light bulb ຫຼອດໄຟ
    ສິ່ງປະດິດໃຫ້ແສງສະຫວ່າງທີ່ບໍ່ຕ້ອງບອກວ່າໄດ້ກາຍມາເປັນສິ່ງຈຳເປັນໃນຊີວິດມະນຸດຊຳໃດປ່ຽນຈາກກາງຄືນໃຫ້ກາຍມາເປັນເມືອງແຫ່ງແສງໄຟໄດ້ໃນພິບຕາ


4. Automobile ລົດ
    ຄົງບໍ່ຕ້ອງບອກວ່ານະວັດຕະກຳນີ້ປ່ຽນແປງໂລກໄປຊ້ຳໃດເພາະທຸກວັນນີ້ຄືຕ້ອງຫາຖະໜົນທີ່ບໍ່ມີລົດແລ່ນຄົງຈະເປັນໄປບໍ່ ໄດ້ແລ້ວຖືໄດ້ວ່າເປັນອີກໜື່ງນະວັດຕະກຳທີ່ປ່ຽນແປງ ໂສມໜ້າວົງການເຄື່ອງຍົນໄປຕະຫຼອດການ


5. Steam Engine ເຄື່ອງຈັກອາຍນ້ຳ
   ຖືໄດ້ວ່າເປັນການປ່ຽນແປງຄັ້ງໃຫຍ່ຂອງອຸດສາຫະກຳເຄື່ອງຍົນກໍ່ວ່າໄດ້ແມ້ວ່າຈະມີຂໍ້ຈຳກັດໃນການໃຊ້ແຕ່ກໍ່ໄດ້ຮັບຄວາມ ນິຍົມຢ່າງກວ້າງຂວາງ ໃນວົງການອຸດສາຫະກຳ ເລີ່ມຜະລິດຄັ້ງທຳອິດເມື່ອປີ ຄສ  1712


ເປັນຫຍັງ​ໝາກກ້ວຍ​ຈື່ງ​ເອີ້ນ…Banana


Long time ago… ປະມານ​ວ່າ​ນານ​ມາ​ແລ້ວມີ​ຝຣັ່ງມາທ່ຽວຕະຫຼາດຂົວ​ດີ​ນ ປະ​ເທດ​ລາວ​ແລະ ​ເຫັນ​ຫມາກໄມ້ຫຼາກຫຼາຍ ຝຣັ່ງກໍ​ມາ​ເບີ່​ງທີ່​ໝາກກ້ວຍກອ່ນອື່ນ​ແລ້ວ​ຝຣັ່ງຖາມແມ່ຄ້າວ່າ “What is this?”​ແມ່​ຄ້າ​ບໍ່​ຮູ້​ພາສາ​ອັງກິດ ຈື່ງ​ບໍ່​ໄດ້​ຕອບ​ຫຍັງ​ເລີຍ ຝຣັ່ງ​ເຫັນ​ດັ່ງ​ນັ້ນ​ຈື່ງ​ລອງ​ບີບ​ເບີ່​ງບັງ​ເອີນ​ຝັ່ຣງມືໜັກຈື່ງ​ບີບ​ກ້ວຍ​ເລະ ​ແມ່​ຄ້າ​ເຫັນ​ຈື່ງ​ຮ້ອງ​ໂວຍວາຍ​ວ່າ ”​ແບນ​ແນ່ໆຝຣັ່ງ​ໄດ້ຍີ​ນຈີ່​ງຮ້ອງ Oh! ​ແລ້ວ​ກໍ​ບອກ​ວ່າ “Oh! Banana”ຫຼັງຈາກ​ນັ້ນ​ຝຣັ່ງກໍ​ມາ​ຊີ້​ທີ່​ມັງຄຸດ ​ແລະ ຖາມ​ວ່າ “Is this mango?”​ແມ່​ຄ້າ​ຊາວ​ລາວ​ກຳລັງ​ຮ້າຍ​ທີ່​ຝຣັ່ງ​ເຮັດໝາກກ້ວຍ​ເລະ​ເລີຍ​ຕອບ​ໄປ​ວ່າ ​ແມງ​ໂກ​ສົ້ນ​ Teen ນີ້ຝຣັ່ງກໍ​ຮ້ອງ​ອໍ​ແລ້ວ​ບອກ​ວ່າ “Oh! Mangosteen”ແລ້ວ​ຝຣັ່ງກໍ​ແນມ​ໄປ​ເຫັນໝາກມ່ວງກໍ​ເອົາ​ມື​ທີ່​​ເປື້ອນ​ໝາກກ້ວຍໄປ​ຈັບແລ້ວ​ຖາມ​ວ່າ “What is this?”​ແມ່​ຄ້າ​ເຫັນ​ກໍ​ຮ້າຍ​ແຮງ​ທີ່ໝາກມ່ວງ​ເປື້ອນ ຈື່ງ​ຈັບ​ເອົາ​ສາກ​ຂື້ນ​ມາ​ຈະ​ຕີ​ຝຣັ່ງ​ແຕ່​ມີ​ຄົນ​ຮ້ອງ​ໃສ່ ຫ້າມ​ແມ່​ຄ້າ​ວ່າ ປ້າ ໆ ຢ່າຝຣັ່ງ​ໄດ້​ຍີ​ນ​ແນວ​ນັ້ນ​ຈື່ງ​ຄິດ​ວ່າ​ມີ​ຄົນ​ບອກ​ຊື່ໝາກມ່ວງ ຈື່ງ​​ເວົ້າ​ວ່າ "Oh! papaya".

ປະເພດຂອງ Linux ທີ່ນິຍົມໃຊ້ໃນປະຈຸບັນ



1.   1Ubuntu
ຄືກຸ່ມຂອງຄົນທີ່ພັດທະນາລະບົບປະຕິບັດການເພື່ອໃຫ້ສາມາດນຳມາໃຊ້ກັບເຄື່ອງ computer ທັ້ງທີ່ເປັນເຄີ່ອງແບບຜູ້ໃຊ້ ງານທົ່ວໄປ ( Client ) ຫຼືແບບເຄື່ອງແມ່ຂ່າຍ( Sever ) ເໝາະກັບຜູ້ໃຊ້ຕາມບ້ານ ແລະ ໂຮງຮຽນທີ່ບໍ່ຕ້ອງການມີຄ່າໃຊ້ຈ່າຍ ເລື່ອງ ຊອບແວລິຂະສິດ ໂດຍມີການລວມເອົາໂປແກຣມປະຍຸກປະເພດເວີດຫຼືພາວເວີພອຍ ອິນເຕີເນັດໄວ້ນຳ
2.  Debian Linux
 DebianLinux ຄືລະບົບປະຕິບັດການທີ່ຕັ້ງປັບແຕ່ງຊອບແວທີ່ເຮັດດ້ວຍອາສາສະໝັກລ້ວນໆໂດຍມີຄະຕິວ່າ Debian  ຈະ ຟີຣຕະຫຼອດໄປແລະການພັດທະນາກໍ່ຈະເປັນໄປຢ່າງເປີດເຜີຍມີການເປີດໃຫ້ດາວໂຫຼດໂປຣແກມກັນຟຣີແຕ່ຂໍ້ເສຍຂອງ Debian ກໍ່ຄືການລົງ Debian  ນັ້ນຍາກຫຼາຍມັນເປັນ Linux ສຳຫຼັບພວກຊຽນໆທັ້ງຫຼາຍເພາະຕ້ອງມານັ່ງປັບ Desktop ໃຫ້ເໝາະກັບການໃຊ້ງານເອງຈາກຂໍ້ເສຍບ່ອນນີ້ເຮັດໃຫ້ມີຫຼາຍໆບໍລິສັດເອົາຂໍ້ເສຍໄປປັບແຕ່ງໃຫ້ດີຂຶ້ນ. ຂໍ້ເດັ່ນຂອງ Debian ກໍ່ຄືໂປຣແກຣມຕ່າງໆສາມາດທີ່ຈະຕິດຕັ້ງໂດຍ Download ໄດ້ຈາກ Internet ໂດຍອັດຕະໂນມັດ Ubuntu ເຮັດການ Update ໂປແກຣມເຫຼົ່ານີ້ໃຫ້ທັນສະໃໝ່ໂດຍໃຊ້ Concept ດຽວກັບ Debian
3.  Fedora
Fedoraຄື Linux Distribution ຕົວໜຶ່ງທີ່ຖູກພັດທະນາຕໍ່ຍອດມາຈາກ Redhat ເວີຊັ່ນ 9 Fedora ຖືກພັດທະນາໃຫ້ແຕກ ຕ່າງຈາກ Redhat ໂດຍ Fedora ມີຈຸດມຸ່ງໝາຍທີ່ຈັບກຸ່ມ Destop User ທີ່ເນັ້ນການເຮັດວຽກທີ່ງ່າຍ ແລະ ເຂົ້າໃຈບໍ່ຍາກ Fedora ຈະໃຊ້ລຸ້ນຂອງຕົວເອງວ່າເປັນ Core ຊຶ່ງປັດຈຸບັນກໍ່ໄດ້ພັດທະນາມາເຖິງ Core 4 ແລ້ວ.
4.  Open SUSE
SUSE ເປັນ Desktop Linux ທີ່ມີຕົ້ນກຳເນີດມາຈາກເຢລະມັນແຕ່ກ່ອນນັ້ນເຮັດອອກມາຂາຍ (ລາຄາບໍ່ແພງເທົ່າເທົ່າ Win) ແຕ່ຕອນນີ້ແຍກອອກມາໃຫ້ໃຊ້ຟີຣພາຍໃຕ້ຊື່ OpenSUSE .
5.  Knoppix
ເປັນ Linux ທີ່ RUN ເທິງແຜ່ນ CD ເລີ່ມໂດຍການຕັ້ງ Bios ໃຫ້ບູດດ້ວຍແຜ່ນ CD ເມື່ອບູດເຂົ້າໄປແລ້ວຕົວ Knoppix ກໍ່ຈະເຮັດການ RUN Linux ຂຶ້ນມາໃຊ້ງານໄດ້ໃນທັນທີໂດຍລະບົບຂອງ Knoppix  ຈະສາມາດ Dectect ກາດຈໍ, ກາດສຽງ ແລະອຸປະກອນຕ່າງໆໄດ້ທັນທີເໝາະສຳລັບຜູ້ທີ່ບໍ່ຕ້ອງການຕິດຕັ້ງ Linux  ລົງໃນເຄື່ອງແຕ່ຖ້າຟາກລອງໃຊ້ງານກໍ່ສາມາດ ໃຊ້ຜ່ານ CD Rom ໄດ້.
6.  Redhat Linux
ເປັນ Linux ທີ່ໄດ້ຮັບຄວາມນິຍົມສູງທັ້ງໃນອາເມລິກາ ແລະ ເມືອງໄທຈຸດເດັ່ນຂອງ RedHat ມີໂປແກຣມ RPM (RedHatPackge Managerment ) ຊ່ວຍຕິດຕັ້ງ - ຖອດ Application ຕ່າງໆໄດ້ຢ່າງສະດວກວ່ອງໄວ.
7.  PC Linux OS.
ເປັນ Linux ສາຍພັນ Mandriva ທີ່ເນັ້ນການເຮັດວຽກແບບ Live CD  ສຳຫຼັບ 2007 ນີ້ຈະໃຊ້ Kernel 2.6.18.8, KDE 3.3.3, Xorg 7.1.1 ແລະ ໂປແກຣມອື່ນໆກໍ່ເປັນຕົວທີ່ໃໝ່.ນອກຈາກນີ້ຍັງມີລະບົບ synaptic  ທີ່ໄວ້ຖ້າຈັດການເລື່ອງຕ່າງໆ ຄືກັບ Ubuntu ແຕ່ເປັນ RPM ມາພ້ອມສຳຫຼັບ Driver ແບບ Proprietary
8.  Cent OS.
ເປັນ Linux ໃນລະດັບ Enterprise ທີ່ມີເປົ້າໝາຍຫຼັກໃນເລື່ອງຂອງຄວາມ Stable ເພື່ອໃຫ້ໃຊ້ກັບວຽກໃນລະດັບອົງກອນ Centos ແຕກຕ່າງຈາກ Linux ໂຕອື່ນໆຫຼາຍແລະ ມີການປ່ຽນແປງດຸ ແລະ ມັກຈະໃຊ້ Feature ທີ່ຍັງບໍ່ Stable ລົງໄປ. ດັ່ງ ນັ້ນການທີ່ Cent OS ມູ່ງໝາຍໃນເລື່ອງຂອງ Stable ຈຶ່ງເຮັດໃຫ້ຜູ້ໃຊ້ວຽກສາມາດມຸ່ງຄວາມສົນໃຈລົງໄປໃນເລື່ອງຂອງ Application ໂດຍຫຼຸດຄວາມກັງວົນລົງໃນສ່ວນຂອງ Operation System ລົງໄປ  Cent OS ຖືກພັດທະນາຕໍ່ມາຈາກ Source code ທີ່ໄດ້ຮັບການເປີດເຜີຍໂດຍທີມງານຜູ້ຊຳນານ Enterprise Linux ໃນອາເມລິເໜືອ ໂດຍທີມທີ່ພັດທະນາຈະ ປະກອບມີ: ຜູ້ຊຳນານ ແລະ ຄວາມສະໜັບສະໜູນຈາກ Community ຕ່າງໆ ທັ້ງດ້ານ System admin, network admin, enterprise user, manager, core Linux contributors.
9.  Puppy Linux

ເປັນລະບົບປະຕິບັດການທີ່ໃຊ້ Linuxເ ປັນແກນການພັດທະນາແຕ່ວ່າຜູ້ພັດທະນາຕັ້ງໃຈວ່າຈະໃຫ້ມີຂະໜາດໃຫຍ່ ແລະ ມີອິນເຕີເຟດທີ່ງາມ, ໜ້າຮັກຈຶ່ງຕັ້ງຊື່ວ່າ Puppy ໂດຍ Version ລ່າສຸດຂອງ Pupy Linux Dingo 4.0 ມີຂະໜາດໄຟ IOS  ໃຫ້ດາວໂຫຼດຢູ່ປະມານ 89MB ຈຸດເດັ່ນຂອງ  Puppy Linux ຄືຄວາມໄວໃນການເຮັດວຽກທີ່ສູງກວ່າ Windows ແລະ ມີຂະ ໜາດນ້ອຍຫຼາຍເຮັດໃຫ້ສາມາດໃສ່ມັນໄວ້ໃນອຸປະກອນເກັບຂໍ້ມູນເຊັ່ນ: ແຜ່ນ CD ROM ,copy disk ເພື່ອນຳໄປໃຊ້ງານໄດ້ ສະດວກສະບາຍ.

ເປັນຫຍັງສະຕີບຈ໋ອບຈຶ່ງເລືອກເອົາ Apple ເປັນຊື່ຂອງບໍລິສັດ


ຫຼາຍໆຄົນອາດຈະເຄີຍສົງໄສວ່າເປັນຫຍັງແອັບເປີ້ນຊື່ຂອງໝາກໄມ້ທີ່ຮຽບງ່າຍແລະບໍ່ໜ້າຈະກ່ຽວຫຍັງເລີຍກັບຄອມພິວເຕີ ພັດວ່າກາຍມາເປັນຊື່ຂອງບໍລິສັດທີສະຕີບຈ໋ອບຕັ້ງຂື້ນກ່ອນທີ່ຈະກາຍມາເປັນສິນຄ້າຊື່ດັງແລະເປັນສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດໃນໂລກຕອນນີ້Computer History Museum ໄດ້ເປີດເຜີຍຄລິບວີດີໂອທີ່ສະຕີບຈ໋ອບຜູ້ກໍ່ຕັ້ງບໍລິສັດໄດ້ເວົ້າອອກມາເມື່ອປີ 1980 ກ່ຽວກັບເລື່ອງຂອງບໍລິສັດແລະສິນຄ້າແອັບເປີ້ນ ເຊິ່ງມີຢູ່ຊ່ວງໜຶ່ງໄດ້ມີຄົນຖາມວ່າເປັນຫຍັງຈຶ່ງຕັ້ງຊື່ວ່າ Apple Computer
ເມື່ອເຮົາຕ້ອງເລືອກຊື່ຂອງບໍລິສັດເຮົາໃຫ້ຄວາມສຳຄັນກັບການເລືອກຊື່ຫຼາຍໃນຂະນະທີ່ທຸກຄົນເລືອກຊື່ແບບທີ່ເບິ່ງ ແລ້ວອອກຈະໄປແນວຊັບຊ້ອນເຊັ່ນ Matrix Computer ຫຼືຊື່ອື່ນໆສະຕີບຈ໋ອບເປີດເຜີຍເຫດຜົນທີ່ເລືອກຊື່ Apple ນອກຈາກຈະເປັນໝາກໄມ້ທີ່ຂ້ອຍມັກຫຼາຍແລ້ວ ກໍມີອີກເຫດຜົນໜຶ່ງກໍຄືຊື່ Apple ເປັນ ຊື່ທີ່ມາກ່ອນຊື່ Atari ໃນປຶ້ມໂທລະສັບນຳ (ສະຕີບຫົວ) ແຕ່ວ່າຊື່ Apple ກໍຊ່ວຍໃຫ້ມັນມີຄວາມໝາຍຂອງຄວາມຮຽບ ງ່າຍ ແລະຫຼຸດຄວາມຊັບຊ້ອນອອກໄປໃນອະດີດ Atari ເປັນບໍລິສັດຊື່ດັງຫຼາຍແລະສະຕີບ ຈ໋ອບເອງກໍເຄີຍເຮັດວຽກຢູ່ Atari ມາກ່ອນຫຼັງຈາກນັ້ນກໍໄດ້ລາອອກ ມາຕັ້ງບໍລິສັດ Apple ຮ່ວມກັບ Steve Wozniak ຈົນຮອດປະຈຸບັນ Apple ກາຍເປັນສິນຄ້າທີ່ມີມູນຄ່າສູງທີ່ສຸດໃນໂລກ ໄປແລ້ວທີ່ມາ – Complex Tech

ແດດຕອນເຊົ້າແລະການດື້ມນ້ຳ


1. ແດດອ່ອນຕອນເຊົ້າ
   ແສງແດດຍາມເຊົ້າຖືວ່າເປັນຢາທຳມະຊາດທີ່ທຸກຄົນສາມາດເປັນເຈົ້າຂອງໂດຍບໍ່ຕ້ອງເສຍເງິນໄປຊື້ ນອກຈາກເຮັດໃຫ້ກະດູກຂງແຮງແລ້ວຍັງເຮັດໃຫ້ອາລົມດີເພາະວ່າແດດອ່ອນໆມີວິຕາມິນທີ່ຊ່ວຍກະຕຸ້ນໃຫ້ຮ່າງກາຍລັ່ງສານແຫ່ງຄວາມສຸກອອກມາຕໍ່ຕ້ານອາການຊຶມເສົ້າໃນຕົວເຮົາ ຄົນທີ່ຍ່າງ ແລະ ແລ່ນຮັບແດດອ່ອນ ຈຶ່ງມີໜ້າຕາເບີກບານກວ່າຄົນທີ່ມົວສຸມແຕ່ການຫລົບຫລີກແດດຢູ່ໃນແຕ່ເຮືອນ.
2.
ດື່ມນ້ຳແບບຟ້າວຝັ່ງອັນຕະລາຍ
   ໃຜໆກໍ່ບອກວ່າຄວນຈະດື່ມນ້ຳໃຫ້ໄດ້ 8 ຈອກຕໍ່ມື້, ແຕ່ຕ້ອງຄ່ອຍໆດື່ມໄປຕະຫລອດວັນ ບໍ່ແມ່ນໝົດມື້ບໍ່ດື່ມເລີຍແລ້ວມາດື່ມໃນຄັ້ງດຽວ ເພາະການດື່ມນ້ຳໃນປະລິມານຫລາຍໆໃນຄັ້ງດຽວອາດເຮັດໃຫ້ອາການນ້ຳເປັນພິດ ເນື່ອງຈາກເລືອດຈາງ ລະ ອາດເຮັດໃຫ້ເປັນຕະຄິວ, ກ້າມເນື້ອເຄັ່ງຕາມມາ. ຖ້າອາການເຄັ່ງດັ່ງກ່າວໄປເກີດຢູ່ສະໝອງ, ຫົວໃຈ ຫລື ປອດ ກໍ່ອາດຈະເຮັດໃຫ້ລະບົບຫາຍໃຈຫລົ້ມເຫຼວ ແລະ ເສຍຊີວິດໄດ້.





nongkemane. Powered by Blogger.